ເຕືອນໄພຄວາມສ່ຽງຂອງການລະບາດເຊື້ອໄຂ້ຍຸງລາຍ ໃນລະດັບສູງທີ່ໜ້າເປັນຫ່ວງ

ນັບແຕ່ວັນທີ 01/01/2020 – 05/11/2020 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 7.612 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ. ເຊິ່ງມີເຖິງ 1.740 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 893 ຄົນ, ບໍ່ແກ້ວ 709 ຄົນ ແລະ ວຽງຈັນ 704 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 12 ຄົນ (ນະຄອນຫລວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ).

ທັ້ງນີ້, ເພື່ອເປັນການທຳລາຍ ແຫລ່ງເພາະພັນ ຂອງໜອນນ້ຳຍຸງລາຍ ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື: 1. ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງ ລາຍມາໄຂ່ໃສ່; 2. ປ່ຽນ: ນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; 3. ປ່ອຍ: ປາຫາງນົກຍຸງ ເພື່ອກິນໜອນນ້ຳ; 4. ປັບປຸງ: ການອະນາໄມສິ່ງ ແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົເກົ່າທີ່ມີນ້ຳຂັງ ແລະ 5. ປະຕິບັດ: ໃຫ້ເປັນນິໄສປະຈຳທຸກອາທິດ.

ຖ້າທ່ານເປັນໄຂ້ໃຫ້ ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບ ການປິ່ນປົວຢ່າງທັນການ, ສຳລັບລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.