NASA ສ້າງເມກສີເທິງຊັ້ນບັນຍາກາດໂລກ

ພາຍຫຼັງໄລຍະເວລາແຫ່ງການລໍຄອຍມາດົນ ໃນທີ່ສຸດ NASA ກໍໄດ້ປ່ອຍຈະຫຼວດຂະໜາດນ້ອຍຂຶ້ນສູ່ຊັ້ນບັນຍາກາດ ໂດຍຍິງຈະຫຼວດຂຶ້ນຈາກຖານຍິງທີ່ຕັ້ງຢູ່ເທິງແຄມຝັ່ງຂອງລັດ Virginia ເພື່ອສ້າງກຸ່ມເມກສີສັນງາມໆເທິງຊັ້ນບັນຍາກາດລະດັບສູງ ແລະ ສາມາດເບິ່ງເຫັນກຸ່ມສີງາມໆນີ້ໄດ້ຈາກຜິວໂລກ.
ໂດຍການກໍານົດການສ້າງກຸ່ມເມກສີເທິງຊັ້ນບັນຍາກາດນີ້ ມີການວາງແຜນມາຢ່າງຍາວນານ ໂດຍຕອນທໍາອິດ ມີການກຳນົດເວລາສໍາລັບການສ້າງເມກສີໄວ້ໃນວັນທີ 31 ພຶດສະພາ 2017 ແຕ່ເນື່ອງຈາກສະພາບອາກາດບໍ່ຄ່ອຍດີ ເຮັດໃຫ້ກໍານົດການຖືກເລື່ອນມາຕະຫຼອດ ຈົນມາເຖິງເວລາ 4:25 ນາທີ ຂອງວັນທີ 29 ມິຖຸນາ 2017 ຈະຫຼວດຂະໜາດນ້ອຍຈຶ່ງໄດ້ຖືກປ່ອຍອອກຈາກຖານຢູ່ແຄມຝັ່ງຂອງລັດ Virginia ບິນຂຶ້ນໄປເຮັດພາະກິດໃນລະດັບຄວາມສູງ 118 ໄມລ໌ ເໜືອຜິວໂລກ ແລະ ໃນໄລຍະເວລາການບິນ 8 ນາທີ ກ່ອງທັງ 10 ໜ່ວຍ ທີ່ບັນຈຸຢູ່ໃນຈະຫຼວດໄດ້ປ່ອຍສານເຄມີທີ່ມີຊື່ເອີ້ນວ່າ Vapor tracers ອອກສູ່ຊັ້ນບັນຍາກາດໂລກ ແລະ ສານເຄມີເຫຼົ່ານີ້ໄດ້ລວມໂຕໃຫ້ເຮົາເຫັນເປັນລັກສະນະຂອງກ້ອນເມກທີ່ມີສີສັນສວຍງາມ ປາກົດໃຫ້ເຫັນໃນໄລຍະເວລາສັ້ນໆ ແລະ ສ້າງກຸ່ມກ້ອນເມກສີນີ້ບໍ່ໄດ້ເຮັດເພື່ອຄວາມສວຍງາມແຕ່ຢ່າງໃດ. ກ້ອນເມກສີທີ່ເກີດຈາກການທົດລອງນີ້ ຊ່ວຍໃຫ້ນັກວິທະຍາສາດສາມາດຕິດຕາມໄດ້ວ່າ ອະນຸພາກທີ່ຢູ່ບໍລິເວນຊັ້ນບັນຍາກາດລະດັບສູງມີການເຄື່ອນທີ່ເປັນແນວໃດ ເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາເຂົ້າໃຈວ່າທໍາມະຊາດຂອງຊັ້ນບັນຍາກາດລະດັບ Ionosphere ໄດ້ດີຍິ່ງຂຶ້ນ (ໄອໂອໂນສເຟຍຣ໌ ເປັນລະດັບຊັ້ນບັນຍາກາດຂອງໂລກ ທີ່ແຕກໂຕເປັນໄອອອນ ເນື່ອງຈາກການແຜ່ລັງສີສຸລິຍະຈາກດວງຕາເວັນ ມັນເປັນຊັ້ນບັນຍາກາດທີ່ຊ່ວຍປ້ອງກັນບໍ່ໃຫ້ລັງສີເປັນອັນຕະລາຍຈາກດວງຕາເວັນແຜ່ເຂົ້າມາໃນໂລກຫຼາຍຈົນເກີນໄປ)
ນັກວິທະຍາສາດສ້າງການທົດລອງນີ້ຂຶ້ນມາເພື່ອກວດສອບວ່າ ບັນຍາກາດຊັ້ນໄອໂອໂນສເຟຍຣ໌ ມີການເຄື່ອນທີ່ໃນຮູບແບບໃດ ແລະ ມີການປ່ຽນແປງໄປໃນຮູບແບບໃດອ້ອມໆໂລກຂອງເຮົາ ແລະ ການເຝົ້າຕິດຕາມການເຄື່ອນໄຫວຂອງກຸ່ມເມກສີເທິງຊັ້ນບັນຍາກາດລະດັບ ໄອໂອໂນສເຟຍຣ໌ ໃຫ້ຄວາມກະຈ່າງແຈ້ງໃນເລື່ອງນີ້ໄດ້.
ແລະ ທາງ NASA ມີຄວາມໝັ້ນໃຈວ່າ ການສ້າງເມກສີເທິງຊັ້ນບັນຍາກາດ ຈະບໍ່ສົ່ງຜົນຕໍ່ສຸຂະພາບຂອງຊາວໂລກ ໂດຍສານເຄມີທີ່ໃຊ້ເຮັດເມກສີຄື: Barium, lithium ແລະ Trimethylaluminum ເຊິ່ງເປັນສ່ວນປະສົມດຽວກັບສານເຄມີທີ່ໃຊ້ເຮັດດອກໄມ້ໄຟ ແລະ ການທົດລອງຂອງ NASA ມີການໃຊ້ສານເຄມີໃນປະລິມານໜ້ອຍກວ່າການສະແດງດອກໄມ້ໄຟຄັ້ງໃຫຍ່ອີກ.
ແລະ ຄວາມຈິງທີ່ໜ້າງຶດ ຄືຜົນການທົດລອງຂອງ NASA ນັ້ນເບິ່ງຄ້າຍຄືກັບການຈູດດອກໄມ້ໄຟທີ່ລະດັບຊັ້ນບັນຍາກາດ ແລະ ກ້ອນເມກສີນີ້ສາມາດເບິ່ງເຫັນໄດ້ຈາກໄລຍະທາງທີ່ໄກຫຼາຍໄມລ໌ ແລະ ມີລາຍງານການເບິ່ງເປັນເມກສີກວ່າ 2.000 ສະບັບ ແຕ່ທາງ NASA ບໍ່ໄດ້ອອກມາສະແດງຄວາມຄິດເຫັນໃນເລື່ອງນີ້ແຕ່ຢ່າງໃດ.

