10 ປີຂ້າງໜ້າ ຫູຟັງ AirPods ຈະເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ Apple ຫຼາຍກວ່າ Apple Watch

Gene Munster ນັກວິເຄາະຈາກ Piper Jaffray ອອກມາສະແດງມຸມມອງວ່າ: ຫູຟັງ AirPods ຈະເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ Apple ໄດ້ຫຼາຍກວ່າໂມງ Apple Watch ໃນອີກ 10 ປີຕໍ່ໜ້າ.
ທັງນີ້ Apple ບໍ່ໄດ້ມີການເປີດເຜີຍຕົວເລກຍອດຂາຍໃນໄຕມາດຜ່ານມາຂອງ AirPods ແລະ Apple Watch ເຊິ່ງ Apple ຈັດຢູ່ໃນໝວດໝູ່ສິນຄ້າອື່ນໆ ຂອງບໍລິສັດເຊັ່ນດຽວກັບ iPod, Appe TV ຫຼືວ່າ ຫູຟັງ Beat. ແຕ່ເຖິງແນວໃດ ຈາກການລາຍງານຂອງ Apple ເປີດເຜີຍວ່າ: ລາຍຮັບຈາກກຸ່ມສິນຄ້າອື່ນໆໃນໄຕມາດຫລ້າສຸດເພີ່ມຂຶ້ນເຖິງ 31% ເມືອທຽບໃສ່ໄລຍະດຽວກັນໃນປີຜ່ານມາ.
ໃນສິບປີຕໍ່ໜ້າ ເຮົາເບິ່ງວ່າ AirPods ຈະມີຄວາມສໍາຄັນກວ່າ Apple Watch ເນື່ອງຈາກມັນເປັນສິນຄ້າທີ່ຈະພັດທະນາຈາກຫູຟັງບໍ່ມີສາຍໄປສູ່ອຸປະກອນ wearable ທີ່ໃຊ້ສະດວກສະບາຍ ຮອງຮັບເຕັກໂນໂລຊີ augment audio ໃນອະນາຄົດ ເຊື່ອວ່າລາຍຮັບທີ່ Apple ຈະເຮັດຈາກ AirPods ຈະຂຶ້ນມາທຽບເທົ່າກັບ Apple Watch ໄດ້ໃນໄລຍະປິດຜົນປະກອບການໃນປີ 2022 ແລະ ເມື່ອເຖິງເວລານັ້ນ ລາຄາຂາງຂອງ AirPods ຈະເລີ່ມຕົ້ນ 159 ໂດລາໄປເຖິງ 200 ໂດລາ.
ນອກຈາກ Munster ແລ້ວ Neil Cybart ນັກວິເຄາະອີກຄົນໜຶ່ງຍັງໄດ້ອອກມາສະແດງຄິດເຫັນວ່າ: Apple Watch ແລະ AirPods ໃນເວລານີ້ເປັນສິນຄ້າທີ່ມີລາຄາຖືກ ເມື່ອຄິດໄປເຖິງອະນາຄົດອີກ 10 ປີຕໍ່ໜ້າ ເຕັກໂນໂລຊີຕ່າງໆ ຈະປ່ຽນຮູບແບບການໃຊ້ງານ ແລະ ເອື້ອອຳນວຍສໍາລັບອຸປະກອນສອງອັນນີ້ຫຼາຍຂຶ້ນ ເຊິ່ງຖ້າເບິ່ງສະເພາະປັດຈຸບັນ AirPods ນັ້ນເປັນສິນຄ້າທີ່ມີອັດຕາຄວາມເພິ່ງພໍໃຈໃນການໃຊ້ງານເຖິງ 98% ແລະ ເປັນທີ່ຕ້ອງການຂອງຕະຫຼາດຢ່າງຕໍ່ເນື່ອງເຖິງຈະວາງຈໍາໜ່າຍໄປແລ້ວ 6 ເດືອນກໍຕາມ.

