ກະຊວງກະສິກຳອອກຄຳສັ່ງໃຫ້ສ້າງຂະບວນການອະນາໄມລະບົບຄອງເໝືອງຊົນລະປະທານ

ເນື້ອງໃນໂອກາດວັນຊົນລະປະທານແຫ່ງຊາດທີ 3 ພະຈິກນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັງແນະນຳສ້າງຂະບວນການ ອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ, ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງ ສົກປີ 2020-2021 ໃຫ້ໄດ້ ຢ່າງໜ້ອຍ 91.000 ເຮັກຕາ, ທັງເປັນການລະນຶກວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ ໃຫ້ມີບັນຍາກາດຟົດຟື້ນແຈ້ງການລະບຸວ່າ:
- ໃຫ້ກົມຊົນລະປະທານ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການສົມ ທົບພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍຊົນລະປະທານ ດ້ວຍຫຼາຍຮູບແບບ, ຫຼາຍລະດັບ ແລະ ວິທີການແຕກຕ່າງກັນ ຕາມຈຸດພິເສດຂອງແຕ່ລະເປົ້າໝາຍ ໂດຍຜ່ານສື່ຕ່າງໆ, ຈັດກິດຈະກໍາຖາມ-ຕອບ, ແຈກຢາຍປຶ້ມກົດໝາຍ, ສິ່ງພິມ ແລະ ວາ ລະສານວິຊາການຕ່າງໆ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າໃຫ້ເຫັນຄວາມໝາຍສຳຄັນຂອງວຽກງານຊົນລະປະທານ ຕໍ່ກັບການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງຂອງຕົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ ຕາມທິດນໍາທີ່ວ່າ “ພັກນຳພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ”.
- ຂໍທິດຊີ້ນໍາຈາກການນໍາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ເປີດໄຟຟ້າໃສ່ໂຄງການຈັກສູບນໍ້າຊົນລະປະທານ ແລະ ຖືເອົາວັນຊົນລະປະທານແຫ່ງຊາດ ເປັນມື້ເລີ່ມຕົ້ນເຮັດການຜະລິດລະດູນາແຊງ , ດັ່ງນັ້ນທຸກພາກສ່ວນຈົ່ງພ້ອມກັນຈັດຕັ້ງການຟື້ນຟູ-ສ້ອມແປງລະບົບຊົນລະປະທານ, ຕິດພັນກັບຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມຫົວງານ, ລະບົບຄອງເໝືອງ, ປະຕູນໍ້າ ແລະ ອາຄານຕ່າງໆໃຫ້ເປັນຂະບວນຟົດຟື້ນ ຕາມທິດນຳທີ່ວ່າ “ລັດ ແລະ ປະຊາຊົນພ້ອມກັນເຮັດ”.
- ສໍາລັບການຈັດພິທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ແມ່ນໃຫ້ຈັດຕັ້ງປະຕິບັດຊ່ວງ ວັນທີ 3-15 ພະຈິກນີ້, ໂດຍອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ແຕ່ຕ້ອງຮັບປະກັນເນື້ອໃນເປັນຕົ້ນຕໍບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.
- ໃຫ້ ກົມຊົນລະປະທານ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງ ເພື່ອເລັ່ງທວງຜູ້ຮັບເໝົາກໍ່ສ້າງ, ຟື້ນຟູ-ສ້ອມແປງລະບົບຊົນລະປະທານຕ່າງໆ ທີ່ໄດ້ເຊັນສັນຍາກັນໄປແລ້ວ ປະຕິບັດໜ້າວຽກໃຫ້ສຳເລັດ ຕາມກຳນົດເວລາ.
- ມອບໃຫ້ ກົມຊົນລະປະທານ ອອກຄຳແນະນໍາດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ ເປັນອັນລະອຽດ ໃຫ້ແກ່ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ.

