ກົມອຸຕຸແຈ້ງເຕືອນພາຍຸໝູນເຂດຮ້ອນ Goni ຢູ່ແຂວງພາກໃຕ້ຂອງລາວ ໃນວັນທີ 5-6 ພະຈິກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນ Goni ຫົວທີ 19 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ ເຊິ່ງໃນເວລາ 8:00 ໂມງ ຂອງວັນທີ 3 ພະຈິກນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 14,9 ອົງສາເໜືອ ແລະ ເສັ້ນແວງທີ 115,3 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ, ຄາດຄະເນພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງພາກກາງຕອນລຸ່ມຂອງປະເທດ ສສ ຫວຽດນາມ ໃນວັນທີ 5-6 ພະຈິກນີ້ ແລະ ສືບຕໍ່ອ່ອນກຳລັງລົງເປັນພາຍຸດິເປຼຊັນ ເຄື່ອນທີ່ຜ່ານແຂວງອັດຕະປື ແລະ ຈຳປາສັກ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ.
ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທີ່ອາໄສຢູ່ແຂວງພາກໃຕ້ເຊັ່ນ: ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ພ້ອມນີ້ໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

