WWF-Laos ສະໜັບສະໜູນຜະລິດ ແລະ ຕິດຕັ້ງປ້າຍໂຄສະນາ ພ້ອມໂປສເຕີ ວຽກງານສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ

WWF-Laos ສະໜັບສະໜູນຜະລິດ ແລະ ຕິດຕັ້ງປ້າຍໂຄສະນາ ພ້ອມໂປສເຕີ ວຽກງານສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ. ໃນໄລຍະສອງເດືອນທີ່ຜ່ານມາ ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ລາວ (WWF-Laos) ໄດ້ສະໜັບສະໜູນກົມກວດກາປ່າໄມ້ ກໍ່ຄືລັດຖະບານ ຕໍ່ການຜະລິດປ້າຍໂຄສະນາ ພ້ອມນໍາໄປຕິດຕັ້ງຕາມສະຖານທີ່ເປົ້າໝາຍໃນຫຼາຍແຂວງ ຈໍານວນ 18 ປ້າຍ ເພື່ອເຜີຍແຜ່ຂໍ້ກົດໝາຍ, ຂໍ້ຫ້າມ ແລະ ຂໍ້ລົງໂທດ ຕໍ່ຜູ້ກະທໍາຜິດ ຕາມກົດໝາຍວ່າດ້ວຍສັດປ່າ ຂອງ ສປປ ລາວ. ຄຽງຄູ່ກັນນັ້ນຍັງໄດ້ສໍາເລັດຕິດໂປສເຕີ ຫຼາຍກ່ວາ 1,000 ອັນ ທີ່ມີເນື້ອໃນກ່ຽວກັບຂໍ້ຫ້າມຕ່າງໆຈາກກົດໝາຍສັດປ່າ, ຜົນກະທົບຈາກການລ່າ, ການກິນ, ຄ້າ-ຂາຍສັດປ່າ ແລະ ອື່ນໆ ເປັນຕົ້ນແມ່ນຄວາມຊ່ຽງຕໍ່ການແຜ່ລະບາດຂອງພະຍາດຕ່າງໆ ແລະ ນໍາໄປສູ່ການສູນພັນ ຂອງສັດປ່າ. ມາຮອດວັນທີ 20 ຕຸລາ 2020 ທີ່ຜ່ານມາ, ກົມກວດກາປ່າໄມ້ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ, ອົງການ WWF-Laos ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໂດຍສະເພາະແມ່ນ ເຄື່ອຂ່າຍບັງຄັບໃຊ້ກົດໝາຍ ສັດນໍ້າ-ສັດປ່າ ແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດປ້າຍໂຄສະນາຢ່າງເປັນທາງການ ທີ່ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ ເຊິ່ງເຂດດັ່ງກ່າວແມ່ນຕັ້ງຢູ່ຈຸດພັກລົດ/ທາງໄປເຂດເສດຖະກິດພິເສດບໍ່ເຕນ, ຊາຍແດນລາວ-ຈີນ. ໂຄງການສະໜັບສະໜູນສ້າງຄວາມເຂັ້ມແຂງ ການບັງຄັບໃຊ້ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍໃນ ລາວ ແລະ ການຮ່ວມມືກັບປະເທດເພື່ອບ້ານ ຄືໜຶ່ງ
ໃນໂຄງການ ທີ່ WWF-Laos ໄດ້ໃຫ້ການສະໜັບສະໜູນ ເຮັດວຽກຮ່ວມກັບລັດຖະບານ ເພື່ອການອະນຸຮັກ ແລະ ຄວາມຍືນຍົງ ຂອງທໍາມະຊາດ. ໂຄງການດັ່ງກ່າວ ໃນໄລຍະທີ່ຜ່ານມາ ແມ່ນສຸມໃສ່ຈັດຕັ້ງປະຕິບັດກິດຈະກໍາໃນ 5 ແຂວງ ລວມມີ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ແຕ່ອີກບໍ່ດົນນີ້ ທາງອົງການ WWF-Laos ແລະ ກົມກວດກາປ່າໄມ້ ຈະໄດ້ຂະຫຍາຍພື້ນທີ່ສະໜັບສະໜູນຕໍ່ການເຜີຍແຜ່ໂຄສະນາ ແລະ ສ້າງຄວາມເຂັ້ມແຂງ ວຽກງານບັງຄັບໃຊ້ກົດໝາຍ ຕໍ່ການສະກັດກັ້ນການລ່າ ແລະ ຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ກວມເອົາທຸກແຂວງ ທົ່ວປະເທດ. ຮ່ວມກັນອະນຸຮັກສັດປ່າ ເພື່ອຄວາມຍືນຍົງ ແລະ ຄືນຄວາມອຸດົມສົມບູນສູ່ທໍາມະຊາດ ດ້ວຍການຢຸດລ່າ, ຢຸດຊື້, ຢຸດກິນສັດປ່າ.

