ລັດຖະບານຊີ້ແຈງຄຳຊັກຖາມຂອງ ສສຊ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ການພັດທະນາປະເທດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເພື່ອຮັບປະກັນໃຫ້ການແກ້ໄຂຄວາມທຸກຍາກຂອງປະຊາຊົນມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ ລະບຸວ່າ: ເພື່ອສືບຕໍ່ປະຕິບັດນະໂຍບາຍ 3 ເປີດຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງໃຫ້ເປັນຮູບປະທຳ ແລະ ໝາກຜົນຕົວຈິງນັ້ນ ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ, ຄາດໝາຍ, ມາດຕະການ ແລະ ວຽກງານຈຸດສຸມຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ, ພ້ອມເລັ່ງໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດການລົງທຶນຈາກຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ ແນໃສ່ສ້າງຜົນປະໂຫຍດກັບປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໄດ້ມີໝາກຜົນ.
ສຳລັບຄາດໝາຍໃນການລົງທຶນ ແມ່ນຈະເລັ່ງໃສ່ຂະແໜງທີ່ເປັນບູລິມະສິດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສົ່ງເສີມການລົງທຶນ (ປີ 2016) ເຊິ່ງລັກສະນະຂອງໂຄງການແມ່ນຈະໄດ້ເນັ້ນໃສ່ໂຄງການທີ່ເປັນຫົວຈັກຫລັກແຫລ່ງໃນການດຶງດູດການພັດທະນາເສດຖະກິດຂອງປະເທດ ແລະ ເປັນການລົງທຶນທີ່ຖ່າຍທອດເຕັກໂນໂລຊີ, ນະວັດຕະກຳໃໝ່ທີ່ຕິດພັນກັບການຫັນເປັນອຸດສາຫະທັນສະໄໝໃນຍຸກ 4.0 ຕາມຂະແໜງການທີ່ມີເງື່ອນໄຂ ລວມທັງເປັນການສ້າງຕ່ອງໂສ້ ເພື່ອເພີ່ມມູນຄ່າໃນການຜະລິດສິນຄ້າໃຫ້ມີຄຸນນະພາບ ແລະ ມີຄວາມຫລາກຫລາຍ, ທັງກ້າວໄປສູ່ມາດຕະຖານສາກົນ ແລະ ປັບໂຕເຂົ້າກັບສູ່ຍຸກສະໄໝ່ແຫ່ງປັນຍາປະດິດ. ພ້ອມກັນນັ້ນ, ກໍເປັນການລົງທຶນເພື່ອຜະລິດສິນຄ້າທີ່ຈຳເປັນຕໍ່ການບໍລິໂພກ ແລະ ສາມາດສ້າງວຽກເຮັດງານທຳໃຫ້ກັນປະຊາຊົນເປັນຈຳນວນຫລາຍ ເປັນຕົ້ນແມ່ນກະສິກຳສະອາດ-ປອດສານພິດ, ອຸດສາຫະກຳປຸງແຕ່ງອາຫານ, ອຸດສາຫະກໍາຜະລິດເຄື່ອງອຸປະໂພກ-ບໍລິໂພກ, ການທ່ອງທ່ຽວ, ການສຶກສາ, ການສ້າງໂຮງໝໍທັນສະໄໝ ແລະ ການຜະລິດຢາ, ການພັດທະນາພື້ນຖານໂຄງລ່າງ-ເສັ້ນທາງ, ການບໍລິການຂົນສົ່ງສິນຄ້າ, ການບໍລິການທາງຜ່ານ ແລະ ການເຊື່ອມໂຍງເຊື່ອມຈອດ ລະຫວ່າງປະເທດ. ນອກຈາກນັ້ນ, ກໍຈະໄດ້ເອົາໃຈໃສ່ດຶງດູງການລົງທຶນເຂົ້າໃສ່ຂົງເຂດເສດຖະກິດພິເສດ, ເຂດນິຄົມອຸດສາຫະກຳ, ໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ແລະ ບັນດາໂຄງການທີ່ນຳໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ ແລະ ຈຳເປັນ.
ສຳລັບການຊຸກຍູ້ສົ່ງເສີມການລົງທຶນພາກເອກະຊົນໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ໃນການປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດຢູ່ພາຍໃນ, ທັງຮັບປະກັນໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ.

