ຄຳສັ່ງຫ້າມພົນລະເມືອງ 6 ປະເທດມຸດສະລິມ ເຂົ້າອາເມລິກາບັງຄັບໃຊ້ແລ້ວ
ພົນລະເມືອງຈາກ 6 ປະເທດທີ່ປະຊາກອນສ່ວນຫລາຍນັບຖືສາສະໜາອິດສະລາມ ແລະ ຜູ້ລີ້ໄພຕ້ອງຜະເຊີນກັບມາດຕະການກວດຄົນເຂົ້າອາເມລິກາທີ່ເຂັ້ມງວດຂຶ້ນ ເຊິ່ງເປັນຜົນມາຈາກຄຳສັ່ງພິເສດຂອງປະທານາທິບໍດີ ໂດນັນ ທຣຳ ເລື່ອງການຫ້າມເດີນທາງເຂົ້າປະເທດ.
ພາຍໃຕ້ກົດໃໝ່ນີ້, ບຸກຄົນທີ່ບໍ່ມີສະມາຊິກຄອບຄົວເປັນຍາດລຳດັບທີ 1 ຫລື ມີການພົວພັນດ້ານການຄ້າຢູ່ອາເມລິກາ ອາດຖືກປະຕິເສດວີຊາ ແລະ ຫ້າມເຂົ້າອາເມລິກາ ໂດຍບໍ່ໃຫ້ນັບຍາດພີ່ໃຫຍ່, ລຸງ, ປ້າ, ອາວ, ອາ ແລະ ຫລານຢູ່ໃນສະມາຊິກຄອບຄົວ.
ຄຳສັ່ງນີ້ຈະບັງຄັບໃຊ້ກັບຜູ້ຖືສັນຊາດອີຣານ, ລີບີ, ຊີຣີ, ໂຊມາລີ, ຊູດັງ ແລະ ເຢເມນ ລວມທັງຜູ້ລີ້ໄພທັງໝົດ.
ກ່ອນຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ໃນເວລາ 20:00 ໂມງ ຢູ່ນະຄອນຫລວງວໍຊິງຕັນ (06:00 ໂມງ ຕາມເວລາຢູ່ລາວ), ລັດຮາວາຍໄດ້ຍື່ນໜັງສືຂໍຄວາມກະຈ່າງແຈ້ງຈາກສານກາງ ພາຍຫລັງເຄີຍກ່າວຫາລັດຖະບານອາເມລິກາລະເມີດຄຳສັ່ງສານສູງສຸດ ໂດຍການຂັດຂວາງແບບບໍ່ເໝາະສົມ.
ໃນຕົ້ນອາທິດຜ່ານມາ, ສານສູງສຸດຂອງອາເມລິກາມີຄຳສັ່ງໃຫ້ຄຳສັ່ງພິເສດຂອງປະທານາທິບໍດີເລື່ອງການຫ້າມຄົນເຂົ້າປະເທດມີຜົນບັງຄັບໃຊ້ໄດ້ບາງສ່ວນ ຫລື ເທົ່າກັບເປັນການຍົກເລີກຄຳສັ່ງກ່ອນໜ້ານີ້ ທີ່ລະງັບການດຳເນີນໜຶ່ງໃນນະໂຍບາຍສຳຄັນຂອງປະທານາທິບໍດີ ທຣຳ ໂດຍສານຊີ້ວ່າພົນລະເມືອງຈາກ 6 ປະເທດ ແລະ ຜູ້ລີ້ໄພທຸກຄົນທີ່ຈະຂໍວີຊາເຂົ້າອາເມລິກາຕ້ອງພິສູດວ່າມີພີ່ນ້ອງທີ່ແທ້ຈິງອາໄສຢູ່ໃນອາເມລິກາ, ສ່ວນການຕັດສິນເລື່ອງຄຳສັ່ງຫ້າມເດີນທາງເຂົ້າປະເທດທັງໝົດ, ສານສູງສຸດມີກຳນົດຈະພິຈາະລນາໃນເດືອນຕຸລາທີ່ຈະເຖິງນີ້.

