ໂບອິ້ງ ປັບຫຼຸດພະນັກງານລົງ ຍ້ອນຂາດທຶນໜັກ

ສຳນັກຂ່າວ ເອເອຟພີ ລາຍງານເມື່ອວັນທີ 28 ຕຸລາທີ່ຜ່ານມາວ່າ ບໍລິສັດໂບອິ້ງ ຜູ້ປະກອບອຸດສາຫະກຳ ການເດີນອາກາດຍັກໃຫ່ຍ ຂອງສະຫະລັດອາເມລິກາ ໄດ້ປະກາດແຜນປັບຫຼຸດພະນັກງານລົງອີກ 7.000 ຄົນ ທີ່ຈະເຮັດໃຫ້ຈຳນວນພະນັກງານໂບອິ້ງຫຼຸດລົງ 30.000 ຄົນພາຍໃນ 2 ປີ ໂດຍປາຍປີ 2021 ໂບອິ້ງຈະເຫຼືອພະນັກງານ ພຽງ 130.000 ຄົນ ຈາກ 160.000 ຄົນໃນຊ່ວງຕົ້ນປີນີ້ ໂບອິ້ງຍັງລາຍງານຜົນປະກອບການໃນຊ່ວງໄຕມາດທີ 3 ວ່າຂາດທຶນ 449 ລ້ານ ໂດລາ ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ ທີ່ໄດ້ກຳໄລ 1,200 ລ້ານໂດລາ ໃນຂະນະທີ່ລາຍຮັບຫຼຸດລົງ 29,2% ເຫຼືອພຽງ 14,100 ລ້ານໂດລາ ຊຶ່ງທັງໝົດນີ້ເປັນຜົນການກະທົບຈາກໂຄວິດ-19 ຈົນເປັນຜົນໃຫ້ສາຍການບິນຕ່າງໆ ຍົກເລີກຄຳສັ່ງຊື້ ຫຼື ສົ່ງມອບເຮືອບິນ ຈົນກະທົບຕໍ່ລາຍໄດ້ຂອງ ໂບອີ້ງຫຼາຍທີ່ສຸດ.

