ເກີດເຫດກໍ່ການຮ້າຍກາງເມືອງນີດໃນຝຣັ່ງ ເສຍຊີວິດແລ້ວ 3 ຄົນ ຄາດວ່າກ່ຽວຂ້ອງກັບມຸດສະລິມຫົວຮຸນແຮງ

ວັນທີ 29 ຕຸລານີ້, ເກີດເຫດກໍ່ການຮ້າຍໃນໂບດໃຈກາງເມືອງນີດ ທາງຕອນໃຕ້ຂອງຝຣັ່ງ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ເປັນຜູ້ອາຍຸສູງ 2 ຄົນ ທີ່ຖືກຂ້າປາດຄໍຢູ່ພາຍໃນໂບດ. ຂະນະທີ່ຜູ້ເສຍຊີວິດອີກຄົນໜຶ່ງຖືກມີດແທງ ເຊິ່ງຫລົບໜີມາຮ້ານທີ່ຢູ່ໃກ້ຄຽງ ແລະ ເສຍຊີວິດໃນເວລາຕໍ່ມາ ຄາດວ່າກ່ຽວຂ້ອງກັບມຸດສະລິມຫົວຮຸນແຮງ.
ເບື້ອງຕົ້ນເຈົ້າເມືອງນີດເປີດເຜີຍວ່າ: ຜູ້ຕ້ອງສົງໄສຖືກຍິງ ກ່ອນຈະຖືກຕຳຫລວດຄວບຄຸມຕົວໄວ້ ຖືເປັນເຫດການສະເທືອນຂວັນທີ່ເກີດຂຶ້ນຫລັງຈາກເຫດການຂ້າປາດຄໍຄູຊາມູເອລ ປາຕີ ໃນເມືອງກົງຟລ໊ອງ-ແຊງໂຕໂນຣີນ ຢູ່ນອກນະຄອນຫລວງປາຣີ ໃນກາງເດືອນຕຸລາຜ່ານມາ.
ທ່ານ ຄຣິສຕຽນ ເອສໂຕຣຊີ ເຈົ້າເມືອງນີດ ເປີດເຜີຍວ່າ: ຜູ້ຕ້ອງສົງໄສອາດມີການກ່ຽວຂ້ອງກັບກຸ່ມ “ອິດສະລາມໂມຟາສຊິສ” ໂດຍໃນລະຫວ່າງກໍ່ເຫດ ລາວຮ້ອງຫລາຍເທື່ອວ່າ: “Allahu Akbar” (ເຊິ່ງແປວ່າ ພະເຈົ້ານັ້ນຍິ່ງໃຫຍ່).
ຫລັງເກີດເຫດສະເທືອນຂວັນ ທຳນຽບປະທານາທິບໍດີໃນນະຄອນຫລວງປາຣີ ເປີດເຜີຍວ່າ: ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ເດີນທາງໄປເມືອງນີດແລ້ວ ຫລັງສຳເລັດກອງປະຊຸມຮັບມືວິກິດກັບລັດຖະມົນຕີວ່າການກະຊວງພາຍໃນຂອງຝຣັ່ງ.
ຂະນະທີ່ຜູ້ນຳໂລກຄົນອື່ນໆ ໄດ້ຮ່ວມປະນາມເຫດໂຈມຕີດັ່ງກ່າວ ໂດຍທ່ານ ເປໂດຣ ຊານເຊດ ນາຍົກລັດຖະມົນຕີສະເປນ ທະວິດຂໍ້ຄວາມສະແດງຄວາມເສຍໃຈຕໍ່ການສູນເສຍ ພ້ອມລະບຸວ່າເວລານີ້ “ເຮົາຈະສາມັກຄີກັນຜະເຊີນກັບຄວາມຢ້ານກົວ ແລະ ຄວາມກຽດຊັງ”.
ຂະນະທີ່ທ່ານ ເດວິດ ຊັສໂຊລີ ປະທານລັດຖະສະພາເອີຣົບ ລະບຸໃນທະວິດເຕີວ່າ: ທ່ານຮູ້ສຶກຊັອກຕໍ່ເຫດການທີ່ເກີດຂຶ້ນ ແລະ ຊາວເອີຣົບຕ່າງສະເທືອນໃຈ ແລະ ຮູ້ສຶກເຈັບປວດຕໍ່ເຫດການທີ່ເກີດຂຶ້ນ.

