ເປີດເຜີຍແຜນຈັດງານລ້ຽງຂອງ ທຣຳ ໃນຄໍ່າຄືນຂອງການເລືອຕັ້ງ

ໃນຫຼາຍວັນທີ່ຜ່ານມາ ແຫ່ງການແຂ່ງຂັນ ຊີງຕຳແໜ່ງປະທານາທິບໍດີ ສະຫະລັດ, ປະທານາທິບໍດີ ທຣຳ ໄດ້ມີແຜນ ແລະ ໄດ້ສົ່ງຈົດໝາຍເອເລັກໂຕຣນິກ ໃນນາມສ່ວນຕົວ ເຖິງບັນດາຜູ້ສະໜັບສະໜູນ ເພື່ອໃຫ້ໄດ້ມີໂອກາດຈັບສະຫຼາກ ເພື່ອເຂົ້າຮ່ວມງານລ້ຽງກັບທິມງານຂອງ ທຣຳ ໃນຄໍ່າຄືນຂອງການເລືອກຕັ້ງ ທີ່ໂຮງແຮມຂວັນໃຈຂອງ ທຣຳ ໃນກຸງ ວໍຊິງຕັນ ເພື່ອຕ້ອນຮັບຜົນຂອງການເລືອກຕັ້ງ.

ໃນຂະນະນີ້, ຍັງບໍ່ທັນເປັນອັນທີ່ຈະແຈ້ງວ່າ ງານລ້ຽງດັ່ງກ່າວຈະຈັດຍິ່ງໃຫ່ຍໃນລະດັບໃດບໍ່ທັນມີໃຜຮູ້. ໂຮງແຮມສາກົນບ່ອນທີ່ ທຣຳ ກຳລັງນຳໃຊ້ຢູ່ໃນປັດຈຸບັນ ມີກຳນົດວ່າ ຫ້າມລວມຕົວກັນເກີນ 50 ຄົນ ເພື່ອຕ້ານ ແລະ ສະກັດກັ້ນໂຄວິດ-19.