ADB ຄາດຄະເນອັດຕາການຂະຫຍາຍຕົວຂອງ GDP ລາວຈະຫລຸດລົງຕິດລົບ

ລັດຖະບານລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ພ້ອມກັນປະເມີນຜົນຂອງການຈັດຕັ້ງປະຕິບັດບັນດາ​ໂຄງການ​ທີ່ ADB ໃຫ້ການສະໜັບສະໜູນລາວ​ໃນປີ 2020 ​ເພື່ອແນໃສ່ຮວບຮວມຄຳ​ຄິດ​ຄໍາ​ເຫັນ​ຕ່າງໆ​ນໍາມາປັບປຸງ​ແກ້​ໄຂ​ໃນ​ຕໍ່ໜ້າ ​ເຊິ່ງກອງ​ປະຊຸມ​ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແລະ ADB ໂດຍມີຜູ້ຕາງໜ້າຈາກກະຊວງການເງິນ, ໜ່ວຍງານຄຸ້ມຄອງ ແລະ ໜ່ວຍງານຈັດຕັ້ງປະຕິບັດໂຄງການຈາກບັນດາກະຊວງຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

​ໃນ​ກອງ​ປະຊຸມ, ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ​ໄດ້​ມີ​ຄຳ​ເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການຊ່ວຍເຫລືອຈາກ ADB ໃນ 1 ປີຜ່ານມາວ່າມີອັນດີ, ອັນອ່ອນແນວໃດ ເພື່ອພ້ອມກັນວາງແຜນປັບປຸງ​ແກ້​ໄຂ​ໃນ​ປີ​ຕໍ່​ໄປ. ສຳລັບ​​ໂຄງການຊ່ວຍເຫລືອຂອງ ADB ຢູ່ ສປປ ລາວ ມາຮອດປັດຈຸບັນມີ 39 ໂຄງການ ນັບທັງໂຄງການກູ້ຢືມ ແລະ ຊ່ວຍເຫລືອລ້າ ລວມມູນຄ່າທັງໝົດເກືອບ 900 ລ້ານໂດລາສະຫະລັດ,​ ໃນນັ້ນ ບ້ວງເງິນຊ່ວຍເຫລືອລ້າຫລາຍ​ກວ່າ 399 ລ້ານໂດລາສະຫະລັດ.

ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໃຫ້ຮູ້ວ່າ: ໃນຂະນະທີ່ພວມຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ​ແລະ ມີຜົນກະທົບບໍ່ໜ້ອຍ ຕົວເລກການຄາດຄະເນຂອງ ADB ຫລ້າສຸດຊີ້ໃຫ້ເຫັນວ່າ ທ້າຍປີນີ້ ອັດຕາການຂະຫຍາຍຕົວ ຈີດີພີ ຂອງ ສປປ ລາວ ຈະຫລຸດລົງຈົນຕິດລົບ 2,5% ເຊິ່ງຫລຸດຈາກ 5,0% ຂອງອັດຕາການຂະຫຍາຍຕົວໃນປີ 2019. ເຖິງແນວກໍຕາມ ADB ກຽມພ້ອມທີ່ຈະຊ່ວຍ ສປປ ລາວ ໃນການຮັບມືກັບສິ່ງທ້າຍທາຍຕ່າງໆ ທີ່ພວມຜະເຊີນຢູ່ໃນຂະນະນີ້.

ຂອບເຂດການຊ່ວຍເຫລືອຂອງ ADB ກວມເອົາຫລາຍຂະແໜງການເຊັ່ນ: ການພັດທະນາເທດສະບານເມືອງ, ນ້ຳປະປາ ແລະ ການທ່ອງທ່ຽວ ເຊິ່ງກວມເອົາສາມສ່ວນຂອງອັດຕາສ່ວນການຊ່ວຍເຫລືອໃນບັນດາໂຄງການທີ່ ADB ສະໜັບສະໜູນທັງໝົດ. ນອກຈາກນັ້ນ, ຍັງມີຂະແໜງກະສິກຳ ແລະ ຊັບພະຍາກອນທຳມະຊາດ ກວມເອົາ 29%, ສຶກສາ 15%, ຂົນສົ່ງ 13% ແລະ ສາທາ 4%.