ໃບປະກາສະນີຍະບັດ ສາມາດວັດຄວາມຮູ້ໄດ້ແທ້ ຫຼື ບໍ່?

ໂດຍ: ລູກເມືອງພວນ

ໃຜໆ ກໍຮູ້ດີວ່າ ໃບປະກາຍະນີຍະບັດ ເປັນເຄື່ອງໝາຍວັດແທກຄວາມຮູ້ໃນລະດັບຕ່າງໆ ທີ່ໄດ້ຜ່ານການສຶກສາ ຄົ້ນຄ້ວາ ຮໍ່າຮຽນມາ. ແຕ່ສັງຄົມຍັງສົງໄສວ່າ ໃບປະກາສະນີຍະບັດ ວັດຄວາມຮູ້ໄດ້ຈິງຫຼື?

ໃນປັດຈຸບັນ ສັງຄົມມີຄວາມກັງວົນນຳໃບປະກາສະນີຍະບັດລະດັບຊັ້ນຕ່າງໆ ວ່າບໍ່ສາມາດວັດແທກຄວາມຮູ້ທີ່ແທ້ຈິງໄດ້ ເພາະໃບປະກາສະນີຍະບັດໄດ້ມາແບບງ່າຍດາຍເກີນໄປ ຫຼື ໄດ້ມາດ້ວຍຮູບການຕ່າງໆ ຈາກກົນໄກເສດຖະກິດຕະຫຼາດນັ້ນເອງ. ແຕ່ໃນຄວາມເປັນຈິງແລ້ວ ໃນກະໂຕກົນໄກເສດຖະກິດຕະຫຼາດນັ້ນ ບໍ່ແມ່ນຕົວສ້າງບັນຫາຕໍ່ທຸກປາກົດການຫຍໍ້ທໍ້ທາງສັງຄົມໃນປັດຈຸບັນ ຊຶ່ງຫຼາຍຄົນເຂົ້າໃຈວ່າ ປະກົດການຫຍໍ້ທໍ້ໃນສັງຄົມທຸກມື້ນີ້ ແມ່ນເກີດມາຈາກກົນໄກເສດຖະກິດຕະຫຼາດນັ້ນເອງ ທັດສະນະດັ່ງກ່າວແມ່ນທັດສະນະທີ່ຜິດພາດ ກົງກັນຂ້າມບັນຫາສັງຄົມທີ່ເກີດຂຶ້ນ ມັນຫາກແມ່ນຍ້ອນຄົນບໍ່ມີຫຼັກໝັ້້ນ, ທັດສະນະການເມືອງທີ່ບໍ່ໜັກແໜ້ນ ເຫັນແກ່ໄດ້ສ່ວນຕົວເປັນໃຫ່ຍ ໄດ້ເທົ່າໃດກໍບໍ່ມີເມືອງພໍນັ້ນເອງ.

ໃນຄວາມເປັນຈິງແລ້ວ ໃບປະກາສະນີຍະບັດ ພຽງແຕ່ເປັນເຈ້ຍໃບໜຶ່ງເທົ່ານັ້ນ ຖ້າໄລ່ເປັນມູນຄ່າແລ້ວ ກໍສົມພຽງ 1 ກີບເທົ່ານັ້ນ ແຕ່ສິ່ງທີ່ມີລາຄາ ແລະ ຄຸນຄ່າສູງກ່ວານັ້ນ ກໍຄືຕົວອັກສອນຂໍ້ຄວາມ ທີ່ພິມລົງໄປໃນໃບຢັ້ງຢືນ ພ້ອມລາຍເຊັນ ແລະ ກາປະທັບຂອງອົງກອນທີ່ຖືກຕ້ອງຕາມກົດໝາຍນັ້ນເອງ, ແຕ່ ມີບາງລາຍເຊັນ ແລະ ບາງກາປະທັບນັ້ນແຫຼະ ທີ່ສ້າງບັນຫາ ແລະ ສ້າງຄວາມເສຍຫາຍໃຫ້ແກ່ບ້ານເມືອງເປັນໄລຍະຍາວ ໂດຍບໍ່ຄຳນຶງເຖິງຜົນເສຍຫາຍຕາມມາໃຫ້ແກ່ປະເທດຊາດ.

ເວົ້າແບບນີ້ ບໍ່ແມ່ນເໝົາລວມທຸກຄົນທີ່ມີໃບປະກາສະນີຍະບັດ ແລະ ບໍ່ໄດ້ເໝົາລວມ ທຸກລາຍເຊັນ ແລະ ກາປະທັບ ມີຫຼາຍຄົນໄດ້ມາໃບປະກາສະນີຍະບັດ ດ້ວຍຄວາມຮູ້ຄວາມສາມາດ, ດ້ວຍສະຕິປັນຍາ, ດ້ວຍຄວາມອົດທົນພະຍາຍາມ ດ້ວຍການຄົ້ນຄ້ວາ ສຶກສາ ຮໍ່າຮຽນ ຢ່າງຕັ້ງໜ້າ ຕັ້ງຕາ ທີ່ລຳບາກແທ້, ກໍລະນີໄດ້ມາແບບນີ້ນັບມື້ໜ້ອຍລົງ ການໄດ້ມາໂດຍບໍ່ຊອບທຳ ນັບມື້ເພີ່ມຂຶ້ນ. ຍ້ອນແນວນັ້ນ, ສັງຄົມຈຶ່ງບໍ່ມີຄວາມເຊື້ອໝັ້ນຕໍ່ໃບປະກາສະນີຍະບັດ ໃນບັດຈຸບັນ.

ຊົມເຊີຍກະຊວງສຶກສາ ມີຊ່ວງໄລຍະໜຶ່ງໄດ້ມີການກວດກາດໃບປະກາສະນີຍະບັດທົ່ວທັງປະເທດ ພົບວ່າມີໃບປະກາສະນີຍະບັດ ຫຼາຍຮ້ອຍ ສະບັບ ແບບປອມແປງ, ແບບບໍ່ຊອບທຳກັບລະບຽບກົດໝາຍ ຈຶ່ງໄດ້ຢຶດເກັບກັບຄືນ. ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງເຄັ່ງຄັດໃນການຢັ້ງຢືນການອອກໃບປະກາສະນີຍະບັດໃຫ້ເຄັ່ງຄັດເຂົ້າກ່ວາເດີມ ເພື່ອສາມາດຢັ້ງຢືນຄວາມຮູ້ຄວາມສາມາດຈາກໃບປະກາຢ່າງແທ້ຈິງ. ຖ້າຫາກໄດ້ມາຄວາມຮູ້ແບບຈອມປອມ ກໍຈະບໍ່ສາມາດພັດທະນາປະເທດຊາດໄດ້ຢ່າງໄດ້ດີ, ເພີ່ມທະວີສະກັດກັ້ນ ແລະ ປາບປາມ ຜູ້ທີ່ມີຄວາມພະຍາຍາມອອກໃບປະກາດສະນີຍະບັດທີ່ບໍ່ໄດ້ຄຸນນະພາບ ຢ່າງຈິງຈັງ..