ຝຣັ່ງ ເອີ້ນທູດກັບປະເທດ ເພາະຜູ້ນຳ ຕວກກີບອກໃຫ້ປະທານາທິບໍດີ ມາຄຣົງ ປົວໂລກຈິດ

ຝຣັ່ງໄດ້ເອີ້ນ ເອກອັກຄະລັດຖະທູດຂອງຕົນທີ່ປະຈຳຢູ່ປະເທດ ຕວກກີ ກັບຄືນປະເທດ ຫຼັງຜູ້ນຳປະເທດຕວກກີໂຈມຕີການປະຕິບັດຕໍ່ຊາວມຸສະລີມຂອງປະທານາທິບໍດີ ມາຄຣົງ ແລະ ບອກໃຫ້ເຂົາໄປຮັກສາໂລກຈິດ.
ສຳນັກຂ່າວ ບີບີຊີ ລາຍງານວ່າ ເມື່ອອາທິດກ່ອນໜ້ານີ້ ປະທານາທິບໍດີ ເອມມານູເອວ ມາຄຣົງ ຂອງ ຝຣັ່ງ ອອກມາໃຫ້ຄຳໝັ້ນສັນຍາວ່າ ຈະປາບປາມກຸ່ມມຸດສະລີມຫົວຮຸນແຮງໃນປະເທດ ຫຼັງເກີດຄະຄີຂ້າຕັດຄໍ ທ່ານ ຊາມູເອລ ປາຕີ ຄູວິຊາປະຫວັດສາດ ອາຍຸ 47 ປີ ເມື່ອວັນທີ 16 ຕຸລາຜ່ານມາ ຫຼັງຈາກຄູຄົນດັ່ງກ່າວພະຍາຍາມ ສອນນັກຮຽນເລື່ອງເສລີພາບໃນການສະແດງອອກ ໂດຍໃຊ້ພາຍກະຕຸນ ລໍ້ແບບ ຕາມສາສະດາມູຮຳມັດ.
ຢ່າງໃດກໍຕາມ ເມື່ອວັນເສົາທີ່ຜ່ານມາ ທ່ານ ເຣເຈບ ໄຕຢິບເອໂດອັນ ປະທານາທິບໍດີ ຕວກກີ ອອກຖະແຫຼງການໂຈມຕີ ທ່ານ ມາຄຣົງ ລະບຸວ່າ “ມາຄຣົງ ມີບັນຫາຫຍັງກັບ ສາສະໜາ ອິດສະລາມ? ເຂົາມີບັນຫາອັນໃດກັບຊາວມຸດສະລີມ ມາຄຣົງ ຈຳເປັນຕ້ອງຮັກສາ ອາການທັງຈິດ ກັບຜູ້ນຳປະເທດທີ່ບໍ່ເຊື່ອໃນເລື່ອງເສລີພາບໃນການນັບຖືສາສະໜາ ແລະ ປະພຶດຕົວຕໍ່ຕ້ານຄົນນັບລ້ານໃນປະເທດຂອງເຂົາເອງ ທີ່ມີຄວາມເຊື່ອແຕກຕ່າງອອກໄປ”.
ຄຳເວົ້າຂອງທ່ານ ເອໂດອັນ ໄດ້ເຮັດໃຫ້ ຝຣັ່ງຕັດສິນໃຈ ເອີ້ນເອກອັກຄະລັດຖະທູດກັບປະເທດທັນທີ ໂດຍທຳນຽບປະທານາທິບໍດີ ຝຣັ່ງ ບອກກັບສຳນັກຂ່າວ ເອເອັຟພີ ວ່າ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳຢູ່ຕກກີ ຖືກເອີ້ນຕົວກັບ ເພື່ອປຶກສາຫາລື ແລະ ພົບກັບປະທານາທິບໍດີ ມາຄຣົງ.
ເຈົ້າໜ້າທີ່ ຝຣັ່ງຍັງຕຳນິທ່ານ ເອໂດອັນ ວ່າ ຄຳເວົ້າຂອງເຂົາເປັນທີ່ຍອມຮັບບໍ່ໄດ້ ໃນຂະນະທີ່ ປະທານາທິບໍດີ ຝຣັ່ງຕັ້ງຂໍ້ສັງເກດວ່າ ຄຳເວົ້າຂອງທ່ານ ເອໂດອັນ ບໍ່ມີການສະແດງ ຄວາມເສຍໃຈຕໍ່ເຫດນາດສະກຳທ່ານ ມູເອລ ເລີຍ.

