ຈະມີພາຍຸໄຕ້ຝຸ່ນ ໂມລາເວ ລະຫວ່າງວັນທີ 28 ຫາ 29 ຕຸລາ 2020 ນີ້

ໃນວັນທີ 26 ຕຸລາ 2020, ກົມອຸຕຸ ແລະ ອຸທົກກະສາດ ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ່ 18 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກ ຂອງມະຫາສະໝຸດປາຊີຟິກຕອນເໜືອ, ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງ ເຊກອງ ແລະ ສາລະວັນ ໃນຕອນຄ່ຳຂອງວັນທີ 28 ຫາຕອນເຊົ້າວັນທີ 29 ຕຸລາ 2020, ຊຶ່ງເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈໍາປີນີ້. ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຊັ້ນ ແລະ ຍ່ອມຄວາມກົດດັນອາກາດຕ່ຳ ເຄື່ອນທີ່ຜ່ານປະເທດໄທ ຕາມ ລໍາດັບ, ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບັນດາ ແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 29 ຕຸລາ 2020 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກ ສ່ວນທີ່ອາໄສຢູ່ແຂວງ ພາກ ກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.