ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ແຂວງສະຫວັນນະເຂດ

ເມື່ອບໍ່ດົນມານີ້, ທີ່ຫ້ອງ ວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງດັ່ງກ່າວຊຶ່ງປະກອບ ມີ: ຄະນະພັກ-ຄະນະປົກຄອງ ແຂວງສາລະວັນທີ່ໄດ້ປະກອບ ສ່ວນເງິນສົດ 67 ລ້ານກີບ ແລະເຄື່ອງບໍລິໂພກ-ອຸປະໂພກ ຈຳນວນໜຶ່ງເປັນມູນຄ່າ 57 ລ້ານ ກວ່າກີບ, ກອງພັນໃຫຍ່ປ້ອງ ກັນອາກາດ 644 ມອບເງິນສົດ 10 ລ້ານກີບ, ທະນາຄານພົງສະຫວັນຈຳ ກັດມອບເຄື່ອງຊ່ວຍເຫຼືອມູນ ຄ່າ 45 ລ້ານກີບ, ຄະນະພະ ແນກຊັບພະຍາກອນທຳມະ ຊາດ ແລະສິ່ງແວດ ລ້ອມແຂວງ ມອບເຄື່ອງຊ່ວຍເຫຼືອໃນມູນຄ່າ 3,6 ລ້ານກີບ, ສະຖາບັນການ ເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ມອບເຄື່ອງ ຊ່ວຍເຫຼືອມູນຄ່າ 15 ລ້ານກີບ, ກຸ່ມບໍລິສັດສົມໃຈນຶກຈຳກັດ ມອບເງິນສົດ 20 ລ້ານກີບ, ບໍລິສັດແຮ່ທາດ COECCO, ທະຫານເຂດ 4 ສສ ຫວຽດນາມ ມອບເຂົ້າສານ 1 ໂຕນ, ມູນຄ່າ 8 ລ້ານກີບ, ທະນາ ຄານຮ່ວມພັດທະນາ JDB ມອບເຄື່ອງຊ່ວຍເຫຼືອມູນຄ່າ 105 ລ້ານກີບ, ໂຮງງານຜະລິດປຶ້ມ ຂຽນແສງເພັດ ມອບເຄື່ອງ ຊ່ວຍເຫຼືອ ມີມູນຄ່າ 10 ກວ່າລ້ານກີບ, ກຸ່ມ ຄາຣະວານ ຊຶ່ງລວມມີ: ບໍລິ ສັດປີໂຕຣລ້ຽມເທຣດ ດິ້ງລາວ ມະຫາຊົນ, ບໍລິສັດພີທີແອວ ໂຮນດິ້ງ ຈຳກັດ, ບໍລິສັດຂວັນ ໃຈການຄ້າຂາອອກ-ຂາເຂົ້າ ຈຳກັດ, ບໍລິສັດສິດທິໂລຈິສ ຕິກຈຳກັດ, ທະນາຄານພົງສະ ຫວັນຈຳກັດກຣຸບ ມອບເຄື່ອງ ຊ່ວຍເຫຼືອໃຫ້ເມືອງເຊໂປນ ແລະເມືອງສອງຄອນ ລວມມູນຄ່າ 150 ລ້ານກີບ ເຊິ່ງ ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອ ດັ່ງກ່າວຂອງທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ.

