ຈີນ ມອບລົດບັນທຸກ ຈຳນວນ 23 ຄັນໃຫ້ລາວ

ໃນວັນທີ 23 ຕຸລານີ້, ກະຊວງປະກັນຄວາມສະຫງົບ ແຫ່ງ ສປ ຈີນ ໄດ້ມອບລົດບັນທຸກຈຳນວນ 23 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ໂດຍການມອບ-ຮັບ ຂອງທ່ານ ຈ່ຽງ ຈ້າຍຕຸ່ງ ເອອັກຄະລັດຖະທູດຈີນ ປະຈໍາລາວ ແລະ ທ່ານ ວິໄລ ຫລ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ການຮ່ວມມືຮອບດ້ານຂອງສອງພັກສອງລັດ ເຊິ່ງເປັນການຮ່ວມແບບຊາຕາກໍາສອງຊາດຈີນ-ລາວ ໃຫ້ເຕີບໃຫຍ່ພ້ອມໆກັນ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ສປ ຈີນ ກໍຄືກະຊວງປະກັນຄວາມສະຫງົບຈີນທີ່ໃຫ້ການຊ່ວຍເຫລືອລົດບັນທຸກຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນສໍາຄັນເພື່ອຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢູ່ໃນກົມກອງເລົ່າລົບວິຊາສະເພາະ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບເຂັ້ມແຂງ ຕາມທິດທາງທັງສອງພັກ ສອງລັດວ່າດ້ວຍຄູ່ມືຊາຕາກໍາລາວ-ຈີນ.
ພ້ອມນີ້, ທ່ານ ຈ່ຽງ ຈ້າຍຕຸ່ງ ກໍໄດ້ສະແດງຄວາມເສຍໃຈມາຍັງເຫດການນໍ້າຖ້ວມທີ່ແຂວງສະຫວັນນະເຂດ ເຊິ່ງເປັນໄພພິບັດທີ່ກໍ່ໃຫ້ເກີດເສຍຫາຍທາງຊີວິດ ແລະ ສັບສິນ.

