EU ຢາກປະຕິຮູບ WHO

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ຮ່າງເອກກະສານປະຕິຮູບອົງການອະນາໄມໂລກດັ່ງກ່າວຖືກຮ່າງຂືຶ້ນໂດຍ ເຢຍລະມັນ ພາຍຫຼັງປຶກສາຫາລືກັບບັນດາສະມາຊິກໃນສະຫະພາບເອີຣົບ. ຊຶ່ງຖືວ່າເປັນຄວາມພະຍາຍາມແກ່ຍາວເປັນເວລາຫຼາຍເດືອນຂອງສະຫະພາບເອີຣົບ ເພື່ອແນໃສ່ແກ້ໄຂບັນຫາຂອງ WHO ທີ່ກຳລັງປະເຊີນຢູ່ໃນຂະນະນີ້, ລວມທັງການຂາດແຄນການຊ່ວຍເຫຼືອ, ຊ່ອງຫ່ວາງຂອງການບໍລິຫານ ແລະ ອຳນາດ ຂອງ WHO.
ຮ່າງປະຕິຮູບດັ່ງກ່າວຖືກປະກາດອອກໃນວັນທີ 19 ຕຸລາຜ່ານມາ ແລະ ຮຽກຮ້ອງໃຫ້ WHO ຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອໃຫ້ທຸກຊາດສະມາຊິກປະຕິບັດຕາມຂໍ້ກຳນົດທາງການແພດດ້ວຍຄວາມໂປ່ງໃສ ພ້ອມທັງຮຽກຮ້ອງໃຫ້ບັນດາຊາດສະມາຊິກ ຮີບຮ້ອນແບ່ງປັນຂໍ່ມູນທາງການແພດສຸກເສີນໃຫ້ໄດ້ຢ່າງທັນການ.
ກ່ອນພະຍາດຈະລະບາດ, ສະຫະພາບເອີຣົບ ເປັນສ່ວນໜຶ່ງຂອງການສະໜັບສະໜູນດ້ານການເງິນລາຍໃຫ່ຍ ແລະ ສຳຄັນທີ່ສຸດຕໍ່ ອົງການອະນາໄມໂລກ.
ທ່ານ ຈຽວ ໃຫ້ຮູ້ວ່າ ໂຄງຮ່າງປະຕິຮູບດັ່ງກ່າວລວມທັງ ຫ້າມການເມືອງເຂົ້າມາຫຍຸ້ງກ່ຽວກັບ ອົງການ ອະນາໄມໂລກ, ເພີ່ມທະວີແຫຼ່ງການເງິນ ແລະ ຄວາມອາດສາມາດຮັບມືກັບວິກິດການທາງດ້ານສຸຂະພາບຂອງຊາວໂລກ ແລະ ເພີ່ມທະວີການຊ່ວຍເຫຼືອໃຫ້ບັນດາປະເທດທີ່ກຳລັງພັດທະນາ.

