ຍອດຕິດເຊື້ອໂຄວິດໂລກທະລຸ 42 ລ້ານຄົນວັນດຽວ

ຕົວເລກຜູ້ຕິດເຊື້ອໄວຣັສໂຄໂຣນາທົ່ວໂລກຄາດວ່າຈະທະລຸ 42 ລ້ານຄົນໃນມື້ນີ້ເອງ ຫຼັງມີຜູ້ຕິດເຊື້ອເພີ່ມຂຶ້ນ ເຮັດໃຫ້ສະຖິຕິສູງສຸດໃນໜຶ່ງວັນ ເກືອບເຄິ່ງລ້ານຢູ່ທີ່ 476.​498 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມໃນຊ່ວງເຊົ້າຂອງວັນທີ 23 ຕຸລານີ້ຢູ່ທີ່ 41,965,953 ຄົນ.

ຈຳນວນຜູ້ຕິດເຊື້ອໃໝ່ທົ່ວໂລກເພີ່ມຂຶ້ນຫຼາຍກ່ວາ 4 ແສນຄົນຕໍ່ເນື່ອງກັນມາຫຼາຍວັນ  ໂດຍກ່ອນໜ້ານີ້ພຽງໜຶ່ງວັນຈຳນວນຜູ້ຕິດເຊື້ອໃໝ່ທົ່ວໂລກກໍເພີ່ມຂຶ້ນ ເຮັດໃຫ້ສະຖິຕິຢູ່ທີ່ 4,34 ແສນຄົນ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນອີກ 1 ລ້ານຄົນ ໃນຊ່ວງເວລາພຽງສອງວັນທີ່ຜ່ານມາ.