ທາງການເບຣຊິນເຜີຍ ອາສາສະໝັກທົດລອງວັກຊີນຕ້ານໂຄວິດ-19 AstraZeneca ເສຍຊີວິດ 1 ຄົນ ຢືນຢັນເດີນໜ້າຕໍ່

ສາທາລະນະສຸກເບຣຊິນ (Anvisa) ເປີດເຜີຍວ່າ: ອາສາສະໝັກຊາວເບຣຊິນຄົນໜຶ່ງທີ່ເຂົ້າຮ່ວມ ການທົດລອງວັກຊີນຕ້ານໂຄວິດ-19 ຂອງ AstraZeneca-Oxford ທີ່ມີການທົດລອງຂັ້ນຄລີນິກໄລຍະ 3 ໄລຍະສຸດທ້າຍ ເສຍຊີວິດຂະນະເຂົ້າຮ່ວມໂຄງການ ຍັງບໍ່ຮູ້ແນ່ນອນວ່າອາສາສະໝັກຄົນດັ່ງກ່າວໄດ້ ຮັບການສັກວັກຊີນຕ້ານໂຄວິດ-19 ແລ້ວ ຫລື ບໍ່ ຖ້າພົບວ່າສັກແລ້ວອາດມີການໂຈະການທົດລອງຊົ່ວ ຄາວ ໂດຍເບື້ອງຕົ້ນການທົດລອງຍັງເດີນໜ້າໄປຢ່າງຕໍ່ເນື່ອງ.

ທາງດ້ານມະຫາວິທະຍາໄລອອກຟອດອອກຖະແຫລງການຢືນຢັນຄວາມປອດໄພຂອງວັກຊີນຕ້ານ ໂຄວິດ-19 ໂດຍ AstraZeneca ປະຕິເສດຈະໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບຜູ້ເສຍຊີວິດ ເນື່ອງຈາກເປັນຂໍ້ ຄວນປະຕິບັດຂອງເຈົ້າໜ້າທີ່ແພດ ແລະ ເປັນຂໍ້ມູນສ່ວນບຸກຄົນ.

ປັດຈຸບັນອາສາສະໝັກສົນໃຈເຂົ້າຮ່ວມການທົດລອງວັກຊີນຕ້ານໂຄວິດ-19 ນີ້ແລ້ວ 8.000 ຈາກ 10.000 ຄົນ ໂດຍວັກຊີນຕ້ານໂຄວິດ-19 ໂດສທຳອິດໄດ້ສັກໃຫ້ອາສາສະໝັກໃນ 6 ເມືອງຫລັກຂອງ ເບຣຊິນ ເຊິ່ງບາງຄົນໄດ້ຮັບການສັກວັກຊີນຮອບທີສອງແລ້ວ. ຫລ້າສຸດວັກຊີນຕ້ານໂຄວິດ-19 ຂອງ AstraZeneca-Oxford ເປັນໜຶ່ງໃນວັກຊີນ 11 ຊະນິດທີ່ຢູ່ໃນການທົດລອງໄລຍະທີ 3 ກ່ອນຈະຂໍອະນຸ ຍາດໃຊ້ທົ່ວໄປ ຖ້າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບຕາມມາດຕະຖານທີ່ຕັ້ງໄວ້. ປັດຈຸບັນ ເບຣຊິນຕິດໂຄວິດ-19 ສະສົມ 5.298.772 ຄົນ, ເສຍຊີວິດແລ້ວ 155.403 ຄົນ ຫລາຍທີ່ສຸດເປັນອັນ ດັບສອງຮອງຈາກອາເມລິກາ.