ໄຂ້ຍຸງລາຍຍັງສືບຕໍ່ແຜ່ລະບາດຢູ່ທົ່ວປະເທດ

ກົມຄວບຄຸມພະຍາດຕິດຕໍ່ ໃຫ້ຮູ້ວ່າ: ປັດຈຸບັນພະຍາດໄຂ້ຍຸງລາຍຢູ່ປະເທດເຮົາຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ນັບແຕ່ຕົ້ນເດືອນມັງກອນມານີ້ ທົ່ວປະເທດມີຜູ້ຕິດເຊື້ອ 7.398 ຄົນ ແລະ ເສຍຊີວິດ 12 ຄົນ, ໃນນັ້ນ ຮ້າຍແຮງກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອສູງເຖິງ 1.699 ຄົນ; ບໍລິຄຳໄຊ 856 ຄົນ; ບໍ່ແກ້ວ 702 ຄົນ ແລະ ແຂວງວຽງຈັນ 693 ຄົນ. ສະເພາະໃນວັນທີ 21 ຕຸລານີ້ ກະຊວງສາທາລະນະສຸກ ຢືນຢັນພົບຜູ້ຕິດເຊື້ອໃໝ່ 21 ກໍລະນີ້. ຕໍ່ສະພາບດັ່ງກ່າວຈຶ່ງຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຫລັການ 5.ປ ທີ່ກະຊວງສາທາລະນະສຸກວາງອອກຄື:  ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນໍ້າໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນໍ້າຂັງ ແລະ ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ.