ປະເທດອາຊຽນຫາລືທິດທາງຕໍ່ໜ້າຂອງຂົງເຂດວັດທະນະທຳ ແລະ ສິລະປະ ທ່າມກາງຜົນກະທົບໂຄວິດ-19

ກອງປະຊຸມທາງໄກລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຜົນກະທົບຂອງໂຄວິດ-19 ແລະ ທິດທາງຕໍ່ໜ້າຢູ່ໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະ” ໄດ້ຈັດຂຶ້ນໃນເຊົ້າວັນທີ 22 ຕຸລານີ້ ໂດຍແມ່ນປະເທດກໍາປູເຈຍເປັນເຈົ້າພາບ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ເຜີ້ງ ສັກໂກນາ (PHOEURNG Sackona) ລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະກຳ ແຫ່ງຣາຊະອານາຈັກກຳປູເຈຍ, ຝ່າຍລາວນຳໂດຍທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາທ່ານລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ, ມີເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ທ່ານ ນາງ ເຜີ້ງ ສັກໂກນາ ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອກຳນົດທິດທາງ ແລະ ສ້າງເປັນກິດຈະກຳການເຄື່ອນໄຫວຂອງຂະແໜງການໃນຕໍ່ໜ້າ ທ່າມກາງການແຜ່ລະບາດ ແລະ ຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາບາດກ້າວສຳຄັນທີ່ໄດ້ກຳນົດໄວ້ຢູ່ໃນແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025, ແຜນຍຸດທະສາດດ້ານວັດທະນະທຳ ແລະ ສິລະປະອາຊຽນ 2016-2025 ແລະ ບັນດາຖະແຫລງການອື່ນໆ ຂອງລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງຄວາມເຂັ້ມແຂງຂອງການພົວພັນຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ລວມທັງ ອາຊຽນ+3, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ.
ໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນແລກປ່ຽນກ່ຽວກັບທິດທາງແຜນ ການຕໍ່ໜ້າເພື່ອເສີມຂະຫຍາຍການຮ່ວມມືໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະຢ່າງໃກ້ ຊິດ ແລະ ທຸກຄົນມີສ່ວນຮ່ວມ ເພື່ອຮັບປະກັນການປະຕິບັດບັນດາຄຳສັ່ງ ແລະ ຄໍາແນະນໍາຂອງລັດ ໃນແຕ່ລະໄລຍະຢ່າງມີປະສິດທິພາບ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ຈໍາກັດຄວາມສ່ຽງສູງຕໍ່ການເພີ່ມຂຶ້ນຂອງກໍລະນີຜູ້ຈະຕິດເຊື້ອໃໝ່, ມີການປະສານງານ ແລະ ການສື່ສານໄປຍັງປະຊາຊົນໃນຂອບເຂດທົ່ວປະເທດ ເພື່ອເຜີຍແຜ່ ແລະ ໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນໃນການອອກຄໍາສັ່ງ ກໍຄືແຈ້ງການເຕືອນຕ່າງໆ ຂອງຄະນະຮັບຜິດຊອບທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງພິທີການ, ການສະເຫລີມສະຫລອງກິດຈະກຳອື່ນໆ ຕາມຮີດຄອງປະເພນີຂອງຊາດ. ພ້ອມທັງຮຽກຮ້ອງໃຫ້ສັງຄົມປະກອບສ່ວນປະຕິບັດທຸກໆຄຳສັ່ງ-ຄໍາແນະນໍາຂອງລັດຖະບານທີ່ໄດ້ວາງອອກຢ່າງມີຄວາມຮັບຜິດຊອບ. ລິເລີ່ມຂອບການຮ່ວມມືແບບໃໝ່ຂອງຂົງເຂດວຽກງານສົ່ງເສີມວັດທະນະທຳ ແລະ ສິລະປະຂອງອາຊຽນໃຫ້ຫລາຍຂຶ້ນ ໂດຍສະເພາະການສົ່ງເສີມກິດຈະກຳຮ່ວມມືທາງໄກ (ກິດຈະກໍາອອນລາຍ) ນັບທັງໃນອາຊຽນ ກໍຄືບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ.
ໃນກອງປະຊຸມ, ທ່ານລັດຖະມົນຕີກະຊວງ ຖວທ ແຫ່ງ ສປປລາວ ຍັງໄດ້ຢໍ້າເຖິງແຜນການຟື້ນຟູຫລັງການແຜ່ລະບາດໃນຕໍ່ໜ້າ ເພື່ອຫລຸດຜ່ອນຜົນກະທົບຈາກໂຄວິດ-19 ທີ່ສົ່ງຜົນຕໍ່ການດໍາລົງຊີວິດປົກກະຕິຂອງປະຊາຊົນ ແລະ ເສດຖະກິດຂອງຊາດ. ດັ່ງນັ້ນ, ຈຶ່ງຄວນເອົາໃຈໃສ່ສົ່ງເສີມການທ່ອງທ່ຽວທາງວັດທະນະທຳຢູ່ພາຍໃນປະເທດ ລວມທັງຊຸກຍູ້ໃຫ້ປະຊາຊົນເຮົາທ່ອງທ່ຽວພາຍໃນປະເທດໃຫ້ຫລາຍຂຶ້ນ.


