WEF ຊີ້ອີກ 5 ປີຕໍ່ໜ້າ ເຄື່ອງຈັກຈະເຂົ້າມາແທນມະນຸດ ອັດຕາ 50% ຂອງໜ້າວຽກທັງໝົດ

World Economic Forum (WEF) ຄາດການວ່າ: ເຄື່ອງຈັກກະເຂົ້າມາເຮັດວຽກແທນມະນຸດໃນອັດຕາ 50% ຂອງວຽກທັງໝົດ ພາຍໃນປີ 2025 ຫລື ອີກ 5 ປີຕໍ່ໜ້າ ເຊິ່ງປັດຈຸບັນເຄື່ອງຈັກເຂົ້າມາມີບົດບາດໃນການເຮັດວຽກແລ້ວປະມານ 1 ໃນ 3 ຂອງຂະບວນການທັງໝົດ.
ລາຍງານຂອງ WEF ຊີ້ວ່າ: ປັດໄຈທີ່ເຮັດໃຫ້ເຄື່ອງຈັກເຂົ້າມາແທນມະນຸດໄວຂຶ້ນມາຈາກການລະບາດຂອງໂຄວິດ-19 ເຮັດໃຫ້ບໍລິສັດຕ່າງໆ ເລັ່ງພັດທະນາເຕັກໂນໂລຊີ ໂດຍມີຈຸດປະສົງຕ້ອງການປ່ຽນແປງຮູບແບບການເຮັດວຽກໃໝ່ໃຫ້ສອດຄ່ອງກັບອະນາຄົດ ລວມທັງຍັງຕ້ອງການໃຊ້ເຄື່ອງຈັກແທນການເຮັດວຽກບາງຢ່າງ ເພື່ອຫລຸດພາລະເງິນເດືອນພະນັກງານ.
WEF ລະບຸວ່າ: ການເຂົ້າມາແທນຂອງເຄື່ອງຈັກຈະເຮັດໃຫ້ຮູບແບບວຽກຂອງມະນຸດປ່ຽນໄປເປັນວຽກທີ່ຕ້ອງໃຊ້ທັກສະດ້ານການໃຫ້ຄຳປຶກສາ, ການສື່ສານ ແລະ ການຕັດສິນໃຈເພີ່ມຂຶ້ນ ເຊັ່ນດຽວກັບສາຍງານບາງປະເພດເຊັ່ນ: ວຽກດ້ານວິສະວະກຳ ແລະ ດ້ານຊອກແວປະມວນຜົນ (cloud computing) ຈະເປັນຈຸດຕ້ອງການຫລາຍຂຶ້ນ.
ແຕ່ໃນອີກມຸມໜຶ່ງ ເຄື່ອງຈັກຈະເຮັດໃຫ້ເກີດສະພາບບໍ່ເທົ່າທຽມຢ່າງສາຫັດ ເພາະຈະເຮັດໃຫ້ແຮງງານຄ່າແຮງຕໍ່າທີ່ບໍ່ມີທັກສະສະເພາະວ່າງວຽກຈຳນວນຫລາຍ.
ໂດຍຈາກການສຳຫລວດຄວາມຄິດເຫັນບໍລິສັດຍັກໃຫຍ່ 300 ແຫ່ງ ເຊິ່ງມີອັດຕາການຈ້າງວຽກລວມ 8 ລ້ານຄົນທົ່ວໂລກ ພົບວ່ານາຍຈ້າງຫລາຍກວ່າ 50% ຄາດຫວັງໃຫ້ເຕັກໂນໂລຊີເຂົ້າມາແທນການເຮັດວຽກບາງຢ່າງໃນບໍລິສັດໂດຍໄວ. ຂະນະທີ່ອີກ 43% ຮູ້ສຶກໄດ້ວ່າການເຂົ້າມາຂອງເຕັກໂນໂລຊີຈະເຮັດໃຫ້ຕ້ອງປົດພະນັກງານ.

