5 ຄວາມເຊື່ອທີ່ບໍ່ຖືກຕ້ອງໃນການບຳລຸງຜິວ

ບໍ່ວ່າໃຜກໍປາຖະໜາການມີຜິວທີ່ງາມສົດໃສຄືກັນໝົດ, ແຕ່ຍ້ອນຄວາມເຊື່ອທີ່ບໍ່ຖືກຕ້ອງ ອາດສົ່ງຜົນໃຫ້ຜິວຂອງທ່ານສຸຂະພາບອ່ອນແອລົງກ່ວາເກົ່າໄດ້ ຍ້ອນການດູແລຜິວເປັນເລື່ອງລະອຽດອ່ອນ ແລະ ຕ້ອງການໆເອົາໃຈໃສ່ດູແລ. ມື້ນີ້ພວກເຮົາຈຶ່ງຂໍອາສາພາບັນດາທ່ານມາເບິ່ງວ່າຄວາມເຊື່ອໃນການດູແລຜິວທີ່ເຮັດແລ້ວຜິວອ່ອນແອລົງກ່ວາເກົ່ານັ້ນມີຫຍັງແດ່.
- ຄຣີມກັນແດດບໍ່ແມ່ນສິ່ງສຳຄັນ : ຄວາມເຂົ້າໃຈຜິດທີ່ແມ່ຍິງຫລາຍຄົນເປັນກັນກໍຄື ການໃຊ້ຮອງພື້ນ ຫລື ຄຣີມບຳລຸງຜິວທີ່ມີສ່ວນປະສົມຂອງສານກັນແດດ ແລະ ບໍ່ທາຄຣີມກັນແດດ ເຊິ່ງຄວາມເຂົ້າໃຈນີ້ເປັນເລື່ອງທີ່ບໍ່ຖືກຕ້ອງ ເພາະສານກັນແດດທີ່ປະສົມມາໃນຄຣີມບຳລຸງຜິວ ຫລື ຄຣີມຮອງພື້ນບໍ່ພຽງພໍຕໍ່ການປົກປ້ອງລັງສີຢູວີຈາກຜິວໄດ້ຢ່າງມີປະສິດທິພາບ. ທາງທີ່ດີຄວນໃຊ້ຄຣີມກັນແດດເພື່ອປ້ອງກັນຮອຍຫ່ຽວແຫ່ງໄວໂດຍສະເພາະ ແລະ ເພື່ອຊ່ວຍປ້ອງກັນການເກີດບັນຫາຜິວອີກຫລາຍປະການເນື່ອງຈາກແສງແດດເປັນໂຕການ.
- ການລ້າງໜ້າດ້ວຍນ້ຳອຸ່ນເປັນສິ່ງທີ່ເໝາະສົມ : ຫລາຍຄົນມັກເຂົ້າໃຈວ່າຫລັງຈາກການພອກໜ້າ ຫລື ຂັດໜ້າ ເຮົາຈະຕ້ອງໃຊ້ນ້ຳອຸ່ນລ້າງໜ້າເພື່ອເປັນການເປີດຮູຂຸມຂົນ, ແຕ່ຄວາມຈິງແລ້ວນ້ຳອຸ່ນຊ້ຳພັດເປັນໂຕການທຳຮ້າຍຜິວ ຍິ່ງນ້ຳອຸນຫະພູມສູງຫລາຍເທົ່າໃດ ຍິ່ງເຮັດໃຫ້ຮູຂຸມຂົນກ້ວາງຫລາຍຂຶ້ນເທົ່ານັ້ນ ຫາກຕ້ອງການດູແລຜິິວ ຄວນໃຊ້ນ້ຳອຸນຫະພູມປົກກະຕິຈະດີກ່ວາ.
- ລ້າງໜ້າຫລາຍໆເທື່ອເຮັດໃຫ້ໜ້າບໍ່ມັນ : ການລ້າງໜ້າຫລາຍໆເທື່ອບໍ່ໄດ້ຊ່ວຍໃຫ້ຜິວດີຂຶ້ນແຕ່ຢ່າງໃດ ເພາະຍິ່ງລ້າງໜ້າ ຜິວກໍຍິ່ງແຫ້ງ ເມື່ອຜິວແຫ້ງກໍຍິ່ງຜະລິດນ້ຳມັນທົດແທນຄວາມຊຸ່ມຊື່ນທີ່ເສຍໄປ. ທາງທີ່ດີຄວນລ້າງໜ້າມື້ລະ 2 ເທື່ອ ເຊົ້າ – ແລງກໍພຽງພໍແລ້ວ ເພື່ອການຜະລິດນ້ຳມັນຕາມທຳມະຊາດຢ່າງມີປະສິດທິພາບ ແລະ ເຮັດໃຫ້ຜິວອີ່ມນ້ຳ ເບິ່ງສົດໃສກ້ຽງງາມຫລາຍກ່ວາເກົ່າ ນຳ້ມັນຍັງເປັນໂຕຊ່ວຍຟື້ນຟູແຊນຜິວ ແລະ ເຮັດໃຫ້ຮອຍສິວຈາງລົງຢ່າງໄວວານຳອີກ.
- ຜິວມັນບໍ່ຕ້ອງໃຊ້ມອຍເຈີໄຣເຊີ : ຄົນຜິວມັນມັກເຂົ້າໃຈຜິດຄິດວ່າຜິວຂອງຕົນເອງບໍ່ຈຳເປັນຕ້ອງໃຊ້ມອຍເຈີໄຣເຊີ, ແຕ່ຄວາມຈິງແລ້ວຜິວມັນເອງກໍຕ້ອງໄດ້ຮັບການບຳລຸງບໍ່ໜ້ອຍໄປກ່ວາຜິວປະເພດອື່ນໆ ເຊິ່ງຫາກທ່ານເປັນຄົນຜິວມັນກໍຄວນເລືອກມອຍເຈີໄຣເຊີໃຫ້ເໝາະສົມກັບສະພາບຜິວ.
- ວັດຖຸດິບຈາກທຳມະຊາດບໍ່ອັນຕະລາຍຕໍ່ຜິວ : ປັດຈຸບັນມີຜະລິດຕະພັນທີ່ອວດອ້າງສັບພະຄຸນວ່າໃຊ້ວັດຖຸດິບຈາກທຳມະຊາດ, ແຕ່ບໍ່ແມ່ນວ່າສານສະກັດຈາກທຳມະຊາດຈະບໍ່ເປັນອັນຕະລາຍຕໍ່ຜິວເລີຍ ເພາະສານບາງຢ່າງຫາກໃຊ້ບໍ່ຖືກວິທີ ຫລື ໃຊ້ຫລາຍເກີນໄປກໍເຮັດໃຫ້ຜິວລະຄາຍເຄືອງ ແລະ ເກີດການແພ້ໄດ້ຄືກັນ. ການໃຊ້ຜະລິດຕະພັນໃດໆກໍຕາມຄວນໃຊ້ດ້ວຍຄວາມລະມັດລະວັງຈະດີທີ່ສຸດ.

