ຫລາຍເມືອງພາກຕາເວັນອອກຂອງແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກພາຍຸນັງກາ ແຂວງສຸມໃສ່ຊ່ວຍເຫລືອຜູ້ປະສົບໄພ

ຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ເນື່ອງຈາກໄດ້ຮັບຜົນສະທ້ອນຈາກພາຍຸນັງກາໄດ້ພັດຜ່ານເຂົ້າມາບັນດາແຂວງພາກກາງຂອງລາວ ໄດ້ເຮັດໃຫ້ຝົນຕົກໜັກໃນລະຫວ່າງວັນທີ 16-17 ຕຸລາຜ່ານມາ ສົ່ງຜົນໃຫ້ຫລາຍເມືອງພາກຕາເວັນອອກຂອງແຂວງສະຫວັນນະເຂດຄື: ເມືອງເຊໂປນ, ເມືອງພີນ, ຈຳພອນ, ຊົນບູລີ ແລະ ເມືອງນອງ ປະສົບກັບໄພນ້ຳຖ້ວມຢ່າງໜັກ ເຮັດໃຫ້ເນື້ອທີ່ປູກເຂົ້າ, ສັດລ້ຽງ, ໜອງປາ, ພືດຜົນຕ່າງໆ ໄດ້ຮັບຄວາມເສຍຫາຍ, ເຮືອນຊານ, ໂຮງຮຽນ ແລະ ສຸກສາລາຫລາຍແຫ່ງຈົມຢູ່ໃນພື້ນນ້ຳ ເຊິ່ງປັດຈຸບັນອຳນາດການປົກຄອງທ້ອງຖິ່ນພວມສຸມໃສ່ຊ່ວຍເຫລືອຜູ້ປະສົບໄພເປັນການຮີບດ່ວນ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສະເພາະເມືອງຈຳພອນມີ 15 ບ້ານ, ປະມານ 900 ກວ່າຄອບຄົວໄດ້ຮັບຜົນກະທົບ, ເນື້ອທີ່ນາໃກ້ຈະໄດ້ເກັບກ່ຽວແລ້ວຫລາຍກວ່າ 5.000 ເຮັກຕາ ຈົມຢູ່ໃຕ້ນ້ຳແກ່ຍາວມາຫລາຍວັນ. ສ່ວນຢູ່ເມືອງຊົນນະບູລີກໍປະສົບຄວາມເສຍຫາຍຢ່າງໜັກ, ໃນນັ້ນ ມີເນື້ອທີ່ປູກເຂົ້າເກືອບ 6.000 ເຮັກຕາ ທີ່ໃກ້ຈະໄດ້ຮັບການເກັບກ່ຽວແລ້ວນັ້ນກັບມາຖືກນ້ຳຖ້ວມ, ສ່ວນເມືອງເຊໂປນມີ 60 ບ້ານ ໄດ້ຮັບຜົນກະທົບ, ໃນນັ້ນ ມີ 1.780 ກວ່າຫລັງຄາເຮືອນ, ເນື້ອທີ່ປູກເຂົ້າຫລາຍກວ່າ 2.000 ເຮັກຕາ, ໜອງປາ 270 ກວ່າໜອງ ແລະ ສັດລ້ຽງຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ, ຊົນລະປະທານ 4 ແຫ່ງ, ໂຮງຮຽນ 13 ແຫ່ງ ແລະ ສຸກສາລາ 4 ແຫ່ງ ຈົມຢູ່ໃຕ້ນ້ຳ, ເສັ້ນທາງຫລາຍຈຸດເປ່ເພເສຍຫາຍ. ສຳລັບເມືອງພີນມີ 36 ບ້ານ, ມີເກືອບ 1.000 ຄອບຄົວໄດ້ຮັບຜົນກະທົບ, ເນື້ອທີ່ປູກເຂົ້າກວ່າ 500 ເຮັກຕາ, ສວນຄົວ 22 ເຮັກຕາ, ໜອງປາ ແລະ ສັດລ້ຽງຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ ແລະ ເມືອງນອງກໍໄດ້ຮັບຜົນກະທົບໜັກ ໂດຍສະເພາະພື້ນຖານໂຄງລ່າງຖະໜົນຫົນທາງເປ່ເພຄື: ຂົວຫ້ວຍລະຜຽກ, ຂົວເຊລູຖືກເປ່ເພ ເຮັດໃຫ້ການສັນຈອນໄປມາໃນທ້ອງຖິ່ນຕັດຂາດ.
ປັດຈຸບັນ ອໍານາດການປົກຄອງ ແລະ ຄະນະກຳມະການຕ້ານໄພພິບັດທ້ອງຖິ່ນກໍເລັ່ງຊ່ວຍເຫລືອປະຊາຊົນ ດ້ວຍການສະໜອງສະບຽງອາຫານ, ນໍ້າດື່ມ, ຢາປົວພະຍາດ ແລະ ເຄື່ອງໃຊ້ອັນຈຳເປັນຕ່າງໆລົງໃຫ້ແຕ່ລະເມືອງຢ່າງບໍ່ຂາດໄລຍະ.

