ພາກລັດ-ເອກະຊົນ ຫາລືບັນດາບູລິມະສິດຮ່ວມກັນ
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຮ່ວມກັບພາກເອກະຊົນ ຄັ້ງທີ 11 ເພື່ອປຶກສາຫາລືທາງດ້ານນະໂຍບາຍລະຫວ່າງພາກລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ໂດຍສະເພາະແຜນບູລິມະສິດໄລຍະກາງ ສຳລັບ ການພັດທະນາຂະແໜງການກ່ຽວຂ້ອງ ຢູ່ ສປປ ລາວ ແລະ ວາງແຜນສະໜັບສະໜູນ ການຈັດຕັ້ງປະຕິບັດບັນດາແຜນບູລິມະສິດ ແລະບັນດາບັນຫາສະເພາະໃນວົງກວ້າງທີ່ສົ່ງຜົນກະທົບ ຕໍ່ກັບຄວາມອາດສາມາດໃນການແຂ່ງຂັນ ຂອງພາກເອກະຊົນ ເພື່ອສ້າງໂອກາດໃຫ້ໄດ້ຫລາຍທີ່ສຸດ ໃນການເພີ່ມທະວີການເຊື່ອມໂຍງເສດຖະກິດກັບພາກພື້ນ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວຕໍ່ກອງປະຊຸມ ໃນວັນທີ 28 ມິຖຸນານີ້ ໂດຍໄດ້ຍົກໃຫ້ເຫັນ ແຜນພັດທະນາເສດຖະກິດສັງຄົມຄັ້ງ ທີ 38 , ຍຸດທະສາດດ້ານການພັດທະນາແຫ່ງຊາດ ຮອດປີ 2025 , ວິໄສທັດ ຮອດປີ 2030 ແລະບົດບາດສຳຄັນ ຂອງຂະແໜງການຄ້າ ແລະ ພາກເອກະຊົນ ໃນການສ້າງວຽກເຮັດງານທຳ , ຊ່ວຍຫລຸດຜ່ອນຄວາມທຸກຍາກ ກໍຄື ການພັດທະນາພາກເອກະຊົນ, ການສົ່ງເສີມທຸລະກິດຂະໜາດນ້ອຍ -ກາງ ປຽບເໝືອນຫົວຈັກຂັບເຄື່ອນສຳລັບຄວາມຍືນຍົງ ແລະ ການເຕີບໂຕໂດຍລວມ ເຊິ່ງໜຶ່ງໃນບົດຮຽນຫລັກໆ ທີ່ສາມາດຖອດຖອນໄດ້ ຕະຫລອດ 3 ປີຜ່ານມາ ໃນການພັດທະນາພື້ນຖານຕະຫລາດ ໃນປະເທດເຮົາ ແມ່ນທຸກຫົວໜ່ວຍທຸລະກິດທີ່ປະສົບຜົນສຳເລັດ ລ້ວນແລ້ວແຕ່ແມ່ນທຸລະກິດທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ບໍລິຫານໂດຍ ບັນດາຜູ້ປະກອບການເອງ ເຊິ່ງພາກສ່ວນທີ່ກ່ຽວຂ້ອງຫລັກຈາກພາກລັດ ຈະມີໜ້າທີ່ພຽງແຕ່ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຄວາມສະດວກແກ່ການສ້າງຕັ້ງ ແລະ ດຳເນີນງານຂອງທຸລະກິດເທົ່ານັ້ນ.
ໃນກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າກ່ຽວກັບຜົນກະທົບຈາກນະໂຍບາຍ ພັດທະນາເສດຖະກິດພິເສດຕາມຊາຍແດນ ຂອງປະເທດໃກ້ຄຽງ ຕໍ່ກັບການພັດທະນາເຂດເສດຖະກິດພິເສດໃນລາວ ແລະ ບົດສຶກສາຜົນການສຳຫລວດວິສາຫະກິດຂອງທະນາຄານໂລກ ກ່ຽວກັບຜະລິດຕະພາບ ແລະ ທັດສະນະຂອງວິສາຫະກິດ ຕໍ່ບັນດາສິ່ງກີດຂວາງບັນຍາກາດການລົງທຶນສະບັບຫລ້າສຸດ ໂດຍທີມງານຄົ້ນຄວ້າພາຍໃນປະເທດ.

