ເສດຖະກິດຈີນເດີນໜ້າຟື້ນຕົວຈາກໂຄວິດ-19

ຈີດີພີ ຂອງຈີນໃນໄຕມາດທີ 3 ຂະຫຍາຍຕົວຢູ່ທີ່ລະດັບ 4,9% ສົ່ງສັນຍານຟື້ນຕົວຢ່າງຕໍ່ເນື່ອງ ຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19.

ສຳນັກຂ່າຕ່າງປະເທດລາຍງານຈາກ ກຸງປັກກິງ ປະເທດຈີນເມື່ອວັນທີ 19 ຕຸລາວ່າ ສຳນັກງານສະຖິຕິແຫ່ງຊາດຂອງຈີນ ເອັນບີເອສ ລາຍງານສະຖານະການທາງເສດຖະກິດຂອງປະເທດຊ່ວງໄຕມາດທີ 3 ຫຼື ລະຫວ່າງເດືອນ ມັງກອນ ເຖິງເດືອນກັນຍາວ່າ ຜະລິດຕະພັນພາຍໃນທັງໝົດໃນປະເທດຂະຫຍາຍຕົວ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍແລ້ວ ຂະຫຍາຍຕົວຂອງ ຈີດີພີ ຕະຫຼອດ 9 ເດືອນທຳອິດຂອງປີນີ້ຂະຫຍາຍຕົວ 0,7% ເມື່ອທຽບເປັນແຕ່ລະປີ.

ເຖິງແມ່ນວ່າສະຖິຕິດັ່ງກ່າວຈະໜ້ອຍກ່ວາຫຼາຍຝ່າຍຄາດການໄວ້ກໍຕາມກໍຖືວ່າເປັນສັນຍານບວກຂອງການຟື້ນຕົວຢ່າງຕໍ່ເນື່ອງຂອງເສດຖະກິດຈີນ ນັບແຕ່ສະຖິຕິ ຈີດີພີ ໄຕມາດທຳອິດລະຫວ່າງເດືອນມັງກອນ ຫາ ເດືອນມີນາຫົດຕົວ 6,8% ຊຶ່ງເວລານັ້ນຈີນຢູ່ໃນຊ່ວງຂອງການລ໊ອກດາວເພື່ອຄວບຄຸມວິກິດພະຍາດລະບາດ ແລະ ຖືເປັນການຫົດຕົວໄຕມາດເປັນຄັ້ງທຳອິດຕັ້ງແຕ່ປີ 2535 ກ່ອນກັບມາຂະຫຍາຍຕົວ 3,2% ໃນໄຕມາດທີ 2 ຫຼື ລະຫວ່າງເດືອນເມສາ ຫາເດືອນ ມີຖຸນາທີ່ຜ່ານມາ.