ອົງການກາແດງລາວ ເປີດຊຸດອົບຮົມການເປັນຄູຝຶກການປະຖົມພະຍາບານຢູ່ແຂວງພາກໃຕ້

ໃນວັນທີ 12-16 ຕຸລານີ້, ອົງການກາແດງລາວໄດ້ເປີດອົບຮົມການເປັນຄູຝຶກປະຖົມພະຍາບານ ຂຶ້ນທີ່ຫ້ອງປະຊຸມພະແນກສຶກສາແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ.

ການເປີດຊຸດອົບຮົມໃນຄັ້ງນີ້ເພື່ອເປັນການສ້າງຄວາມຮູ້ໃຫມ່ແລະເຕັກນິກ, ວິຊາການຢ່າງເປີດກ້ວາງ ໃຫ້ແກ່ພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະການເປັນຄູຝຶກປະຖົມພະຍາບານ ແລະ ສາມາດນຳໄປໃຊ້ໃນຂົງເຂດແຂວງຂອງຕົນ ບົດຮຽນທີ່ນຳມາສະເໜີປະກອບມີ: ຫຼັກການປະຖົມພະຍາບານ, ການໝົດສະຕິ, ເສັ້ນເລືອດສະໝອງຕັນ, ຫົວໃຈວາຍ, ປ້ຳຫົວໃຈ, ການແຄ້ນອາຫານ, ເລືອດໄຫຼ,ກະດູກຫັກ, ການເຄື່ອນຍ້າຍ ຫຼັງຈາກທີ່ສຳເລັດການຝຶກອົບຮົມແລ້ວສຳມະນາກອນຈະໄດ້ຮັບໃບຢັ້ງຢືນຜ່ານການເປັນຄູຝຶກ ຊຸດອົບຮົມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກກາແດງຍີ່ປຸ່ນໂດຍຜ່ານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ.

