ແຫລ່ງທ່ອງທ່ຽວຕາດຮ້ອຍຄົວຫລຸດຄ່າບໍລິການ 50% ເພື່ອສົ່ງເສີມລາວທ່ຽວລາວ

ຕາດຮ້ອຍຄົວເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ງົດງາມ ຕັ້ງຢູ່ບ້ານປາກຫລຶງ ຫ່າງຈາກເທດສະບານເມືອງຈອມເພັດ ແຂວງຫລວງພະບາງອອກໄປປະມານ 12 ກິໂລແມັດ ເຊິ່ງເປັນນ້ຳຕົກຕາດທີ່ຫາຊົມໄດ້ຍາກ ເພາະເປັນຕາດທີ່ປະກອບດ້ວຍຕາດນ້ອຍຫລາຍໆຊັ້ນ ມີນ້ຳຕົກລົງມາຕະຫລອດປີ, ມີຄວາມສູງປະມານ 90 ແມັດ, ພ້ອມມີສວນອຸທິຍານໃນເນື້ອທີ່ຫລາຍກວ່າ 20 ເຮັກຕາ ທີ່ເຕັມໄປດ້ວຍຕົ້ນໄມ້ ແລະ ດອກໄມ້ປ່ານາໆຊະນິດ, ມີອາກາດສົດຊື່ນ ແລະ ເຢັນສະບາຍ ເໝາະແກ່ການເຂົ້າໄປພັກຜ່ອນຊົມວິວທິວທັດທຳມະຊາດອັນງົດງາມແຫ່ງນີ້. ໃນຂະນະດຽວກັນ ຜູ້ມັກຄວາມທ້າທາຍ ແລະ ພະຈົນໄພ ກໍສາມາດຂີ່ສະລິງ, ໄຕ່ຂົວອູ່ທີ່ມີຂະໜາດຍາວ ແລະ ສູງຈາກຕົ້ນໄມ້ໃຫຍ່ ແຕ່ຕົ້ນນີ້ໄປຫາຕົ້ນນັ້ນດ້ວຍຄວາມຫວາດສຽວ, ໄຕ່ຂົວໄມ້ທີ່ເຊື່ອມຕໍ່ລະຫວ່າງຕາດນ້ອຍຕ່າງໆດ້ວຍກັນ ພ້ອມຊົມຊີວະນາໆພັນ ແລະ ຟັງສຽງນົກຮ້ອງນາໆຊະນິດ ເຊິ່ງທັງໝົດເຫລົ່ານີ້ໄດ້ພັດທະນາຂຶ້ນມາດ້ວຍບໍລິສັດທ່ອງທ່ຽວລາວກຣິນ ຜູ້ສຳປະທານແຫລ່ງທ່ອງທ່ຽວດັ່ງກ່າວມາແຕ່ປີ 2015 ຈົນມາຮອດປີ 2018 ຈຶ່ງສາມາດເປີດໃຫ້ນັກທ່ອງທ່ຽວເຂົ້າໄປທ່ຽວຊົມໄດ້, ໃນເວລານັ້ນແຕ່ລະມື້ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວບໍ່ຕໍ່າກວ່າ 300-350 ຄົນ, ໃນນັ້ນ ປະມານ 70% ແມ່ນນັກທ່ອງທ່ຽວພາຍໃນປະເທດເຮົາ.
ທ່ານ ອາຄົມ ພົມມະຫານ ປະທານບໍລິສັດທ່ອງທ່ຽວດັ່ງກ່າວ ໃຫ້ຮູ້ວ່າ: ແຕ່ໜ້າເສຍດາຍໃນໄລຍະຂາຂຶ້ນຂອງການທ່ອງທ່ຽວແຫ່ງນີ້ ພໍຕົກມາຕົ້ນປີ 2020 ນີ້ ໄດ້ມີການລະບາດຂອງພະນາດໂຄວິດ-19 ໄດ້ເຮັດໃຫ້ການທ່ອງທ່ຽວປະເທດເຮົາ ກໍຄືທົ່ວໂລກໄດ້ຮັບຜົນກະທົບ. ດັ່ງນັ້ນ ແຫລ່ງທ່ອງທ່ຽວແຫ່ງນີ້ກໍໄດ້ເຂັ້ມງວດປະຕິບັດມາດຕະການປ້ອງກັນພະຍາດຮ້າຍດັ່ງກ່າວ ແລະ ໄດ້ປິດກິດຈະການເປັນການຊົ່ວຄາວຈົນມາຮອດປັດຈຸບັນ, ພາຍຫລັງລັດຖະບານເຮົາໄດ້ມີການຜ່ອນຜັນໃນການຄວບຄຸມພະຍາດ, ທາງບໍລິສັດຜູ້ລົງທຶນກໍໄດ້ເລີ່ມເປີດກິດຈະກຳທ່ອງທ່ຽວຂອງຕົນ ບົນຈິດໃຈສົ່ງເສີມຄຳຂວັນ “ລາວທ່ຽວລາວ” ໃຫ້ຍືນຍົງ ໂດຍໄດ້ປະຕິບັດນະໂຍບາຍຫລຸດຄ່າບໍລິການລົງເຖິງ 50% ແລະ ກໍເຫັນວ່າໃນແຕ່ລະມື້ມີນັກທ່ອງທ່ຽວພາຍໃນເຮົາທະຍອຍກັນເຂົ້າມາທ່ຽວຊົມໃນແຕ່ລະມື້ ໂດຍສະເລ່ຍປະມານ 100 ຄົນ ແລະ ກໍຫວັງວ່າ ພາຍຫລັງປະຕິບັດນະໂຍບາຍດັ່ງກ່າວຈະເຮັດໃຫ້ການທ່ອງທ່ຽວແຫ່ງນີ້ຄ່ອຍໆກັບມາສູ່ສະພາບເດີມອີກຄັ້ງ.

