ພຽງ 9 ເດືອນ ເມືອງຄຳເກີດສາມາດກວດກູ້ລະເບີດບໍ່ທັນແຕກໄດ້ເກືອບ 400 ເຮັກຕາ

ນັບແຕ່ເດືອນມັງກອນຫາເດືອນກັນຍານີ້, ເມືອງຄຳເກີດ ແຂວງບໍລິຄຳໄຊ ສາມາດປະຕິບັດໜ້າທີ່ສຳຫລວດ, ກວດກູ້, ທຳລາຍລະເບີດບໍ່ທັນແຕກຢູ່ 33 ບ້ານ ໄດ້ເກືອບ 300 ລູກ, ມີເນື້ອທີ່ທັງໝົດເກືອບ 400 ເຮັກຕາ ເຊິ່ງແມ່ນກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນລາວ ເປັນຜູ້ປະຕິບັດ ໂດຍການສະໜອງທຶນຈາກອົງການກອຍກາ ສ.ເກົາຫລີ ຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ.
ໃນລະຫວ່າງວັນທີ 13-14 ຕຸລານີ້, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ນຳໂດຍທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການດັ່ງກ່າວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ອົງການກອຍກາ ໄດ້ລົງຢ້ຽມຢາມການປະຕິບັດໜ້າທີ່ສໍາຫລວດ, ກວດກູ້ ແລະ ທໍາລາຍລະເບີດພາກສະໜາມ ຢູ່ເມືອງດັ່ງກ່າວ ເພື່ອເບິ່ງສະພາບຕົວຈິງວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍແນວໃດໃນການປະຕິບັດງານ ລວມເຖິງຄວາມຕ້ອງການທີ່ຈຳເປັນໃນການປະຕິບັດໜ້າທີ່ ເພື່ອນຳໄປປັບປຸງ ແລະ ຊ່ວຍລະດົມທຶນນຊ່ວຍເຫລືອໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ທ່ານ ກິ ສົງລາວາງ ຮອງເລຂາພັກເມືອງຄໍາເກີດ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການສໍາຫລວດ, ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກຢູ່ເມືອງຂອງຕົນວ່າ: ເມືອງຄຳເກີດເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ແລະ ມີລະເບີດທີ່ບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມເປັນຈຳນວນບໍ່ໜ້ອຍ ເຊິ່ງໜ່ວຍງານສຳຫລວດ, ກວດກູ້ ແລະ ທຳລາຍລະເບີດກໍໄດ້ຈັດຕັ້ງປະຕິບັດມາໄລຍະໜຶ່ງແລ້ວ ຈົນມາຮອດປີ 2017 ກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນລາວ ກໍໄດ້ສືບຕໍ່ປະຕິບັດວຽກງານດັ່ງກ່າວຢ່າງຕໍ່ເນື່ອງມາຕາມມາດຖານການສຳຫລວດ, ກວດກູ້ແຫ່ງຊາດວາງອອກຢ່າງເຄັ່ງຂັດ ແລະ ຈະສຳຫລວດໃຫ້ໄດ້ 80% ຂຶ້ນໄປໃນຈໍານວນ 62 ບ້ານທົ່ວເມືອງຄຳເກີດ. ປັດຈຸບັນພວມສືບຕໍ່ປະຕິບັດຢູ່ໃນເຂດເນື້ອທີ່ທໍາການຜະລິດ, ບ່ອນທຳມາຫາກິນຂອງປະຊາຊົນຢູ່ບ້ານທົ່ງວຽງຄຳ ເຊິ່ງທ່ານ ສອນສີ ບຸນລືໄຕ ຫົວໜ້າຜູ້ຊີ້ນຳພາກສະໜາມ ໄດ້ລາຍງານໃຫ້ຮູ້ວ່າ: ໄດ້ເລີ່ມລົງມືເກັບກູ້ລະເບີດໃນຕົ້ນເດືອນຕຸລາມານີ້ ລວມເນື້ອທີ່ທັງໝົດ 60 ພັນກວ່າຕາແມັດ, ປັດຈຸບັນສາມາດເກັບກູ້ໄດ້ແລ້ວ 15 ພັນຕາແມັດ ແລະ ຄາດວ່າຈະເກັບກູ້ໃຫ້ສຳເລັດໃນຕົ້ນເດືອນພະຈິກນີ້.


