ແຫລ່ງທ່ອງທ່ຽວນໍ້າຕົກຕາດກວາງຊີເລີ່ມມີບັນຍາກາດຄຶກຄື້ນມາອີກ

ການທ່ອງທ່ຽວຢູ່ຕາດກວາງຊີ ເມືອງມໍລະດົກໂລກ ຫລວງພະບາງ ເລີ່ມກັບມາຄຶກຄື້ນອີກຄັ້ງ ຫລັງຈາກລັດຖະບານໄດ້ມີມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ແຕ່ສ່ວນຫລາຍແມ່ນນັກທ່ອງທ່ຽວພາຍໃນປະເທດໃນຮູບແບບລາວທ່ຽວລາວ.
ພະນັກງານຮັບຜິດຊອບແຫລ່ງທ່ອງທ່ຽວແຫ່ງນີ້ ໃຫ້ຮູ້ວ່າ: ກ່ອນໜ້າເກີດການລະບາດຂອງພະຍາດໂຄວິດ-19 ຕາດກວາງຊີສາມາດສ້າງລາຍຮັບຈາກການບໍລິການຕ່າງໆໄດ້ບໍ່ຫລຸດ 10-15 ລ້ານກີບຕໍ່ວັນ, ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຕາດກວາງຊີໄດ້ປິດບໍລິການໄລຍະໜຶ່ງຕາມຄໍາສັ່ງຂອງລັດຖະບານເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ແລະ ຕໍ່ມາມໍ່ໆນີ້ ລັດຖະບານໄດ້ມີມາດຕະການຜ່ອນຜັນການປ້ອງກັນການລະບາດຂອງພະຍາດຮ້າຍແຮງນີ້ ບົນຈິດໃຈສົ່ງເສີມລາວທ່ຽວລາວ ໄດ້ເຮັດໃຫ້ນັກທ່ອງທ່ຽວເລີ່ມເຂົ້າມາທ່ຽວບມື້ເພີ່ມຂຶ້ນ ເຊິ່ງສະເລ່ຍແລ້ວມື້ຫນຶ່ງສາມາດສ້າງລາຍຮັບໄດ້ປະມານ 1-2 ລ້ານກີບ, ລາຍຮັບນີ້ເຖິງວ່າບໍ່ຫລາຍ ແຕ່ຖືເປັນສັນຍານທີ່ດີຂຶ້ນສຳລັບການທ່ອງທ່ຽວປະເທດເຮົາ.
ຕາດກວາງຊີຢູ່ຫ່າງຈາກເທດສະບານນະຄອນຫລວງພະບາງໄປທາງທິດຕະເວັນຕົກສຽງໃຕ້ປະມານ 30 ກິໂລແມັດ, ຕາດແຫ່ງນີ້ເປັນນ້ຳຕົກຫີນປູນຂະໜາດໃຫຍ່ ສູງປະມານ 81 ແມັດ, ກວ້າງສຸດ 35 ແມັດ, ປະກອບດ້ວຍ 6 ຊັ້ນ, ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ອ່າງນ້ຳທຳມະຊາດເບື້ອງລຸ່ມຕະຫລອດປີ ອັນໄດ້ປະກອບໃຫ້ແຫລ່ງທ່ອງທ່ຽວນ້ຳຕົກແຫ່ງນີ້ງົດງາມຍິ່ງຂຶ້ນ.

