ອັງກິດກຽມເຜີຍແຜນລັອກດາວໃໝ່ ຄາດລິເວີພູລໃຊ້ມາດຕະການ ເຂັ້ມງວດຂັ້ນສູງສຸດ ຫລັງຜູ້ຕິດໂຄວິດ-19 ເພີ່ມຂຶ້ນ

ລັດຖະບານອັງກິດກຽມເຜີຍມາດຕະການລັອກດາວໃໝ່ໃນຫລາຍເມືອງ ໂດຍ BBC ລາຍງານວ່າ: ເມືອງລິເວີພູລອາດບັງຄັບໃຊ້ມາດຕະການຄວບຄຸມພະຍາດລະບາດເຂັ້ມງວດທີ່ສຸດ ພາຍໃຕ້ລະບົບເຕືອນໄພໃໝ່ທີ່ແບ່ງເປັນ 3 ລະດັບ ໄດ້ແກ່ ລະດັບກາງ, ສູງ ແລະ ສູງທີ່ສຸດ.
ສື່ອັງກິດລາຍງານວ່າ: ເວລານີ້ຜູ້ນຳທ້ອງຖິ່ນຢູ່ອັງກິດກຳລັງຫາລືກັບລັດຖະບານໃນເວລມິນສະເຕີກ່ຽວກັບມາດຕະການລັອກດາວທີ່ເຂັ້ມງວດເພີ່ມຂຶ້ນ. ຂະນະທີ່ທ່ານ ສະຕີບ ໂຣເທີແຣມ ເຈົ້າເມືອງລິເວີພູລ ລະບຸວ່າ: ຕອນນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັບລັດຖະບານ. ຂະນະທີ່ເມືອງແຫ່ງນີ້ມີຜູ້ຕິດເຊື້ອໃໝ່ 600 ຄົນຕໍ່ຈຳນວນປະຊາກອນ 1 ແສນຄົນໃນອາທິດສິ້ນສຸດວັນທີ 6 ຕຸລາຜ່ານມາ ໂດຍຄ່າສະເລ່ຍທົ່ວອັງກິດມີ 74 ຄົນຕໍ່ປະຊາກອນ 1 ແສນຄົນ.
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຈະຈັດກອງປະຊຸມທີມເຈົ້າໜ້າທີ່ກ່ຽວຂ້ອງກັບແຜນຮັບມືວິກິດແຫ່ງຊາດ ຫລື Cobra ເພື່ອຕັດສິນໃຈຂັ້ນສຸດທ້າຍ ໂດຍຄາດວ່າມາດຕະການຈະມີຄວາມຈະແຈ້ງ ກ່ອນທ່ານ ຈອນສັນ ຈະປະກາດໃນສະພາຜູ້ແທນລາຊະດອນ (ສະພາສາມັນ) ໃນວັນທີ 12 ຕຸລານີ້, ຈາກນັ້ນຈະມີການປະເມີນອີກຫລັງຜ່ານໄປ 1 ເດືອນ.
ສຳລັບລະບົບເຕືອນໄພໃໝ່ຈະກຳນົດໃຫ້ໃຊ້ມາດຕະການເຂັ້ມງວດສູງສຸດ ຖ້າຢູ່ໃນຂັ້ນ Tier 3, ແຕ່ທ່ານ ໂຣເທີແຣມ ລະບຸວ່າ: ການເຈລະຈາກັບລັດຖະບານຍັງດຳເນີນຕໍ່ໄປ ເພາະການລັອກດາວທີ່ເຂັ້ມງວດຈະຕ້ອງມີແຜນຊ່ວຍເຫລືອທາງການເງິນຮອງຮັບນຳອີກ ເພື່ອປົກປ້ອງຕຳແໜ່ງງານ ແລະ ທຸລະກິດທ້ອງຖິ່ນ.
ທ່ານແນະນຳວ່າ: ລັດຖະບານຄວນຈ່າຍຄ່າແຮງ 80% ໃຫ້ປະຊາຊົນທີ່ຖືກພັກວຽກ ແລະ ໄດ້ຮັບຜົນກະທົບຖ້າຖືກນາຍຈ້າງໄລ່ອອກ ເຊິ່ງຈຳນວນດັ່ງກ່າວຫລາຍກວ່າໂຄງການ Job Support Scheme ທີ່ລັດຖະບານຈ່າຍສົມທົບໃຫ້ 67%.

