ທ່ານ ກິມຈ໋ອງອຸນ ຢືນຢັນ ສປປ ເກົາຫລີ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດ

ທ່ານ ກິມຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ຢືນຢັນ ສປປ ເກົາຫລີ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດໃນປະເທດ ໂດຍຂຶ້ນກ່າວພາຍໃນງານຄົບຮອບ 75 ປີ ພັກແຮງງານເກົາຫລີ (Workers’ Party of Korea: WPK) ຢູ່ຈະຕຸລັດໃນກາງນະຄອນຫລວງພຽງຢາງ.
ພ້ອມກ່າວເຖິງໄລຍະເວລາທີ່ຍາກລຳບາກທີ່ຊາວ ສປປ ເກົາຫລີ ຕ້ອງຜະເຊີນ ທັງຈາກໄພພິບັດທາງທຳມະຊາດ ລວມທັງມາດຕະການປ້ອງກັນພະຍາດລະບາດທີ່ຂ້າຊີວິດຜູ້ຄົນໄປເປັນຈຳນວນຫລາຍ ທັງຍັງສົ່ງກຳລັງໃຈໃຫ້ພີ່ນ້ອງຊາວ ສ.ເກົາຫລີ ໃຫ້ກ້າວຂ້າມວິກິດໂຄວິດ-19 ໄປໃຫ້ໄດ້ ແລະ ຫວັງວ່າ ສປປ ເກົາຫລີ ແລະ ສ.ເກົາຫລີ ຈະຍັງສາມາດຈັບມືກັນກ້າວເດີນຕໍ່ໄປໄດ້ອີກໃນອະນາຄົດ.
ຫລ້າສຸດການແຜ່ລະບາດຜ່ານມາດົນກວ່າ 9 ເດືອນ ທົ່ວໂລກມີຜູ້ຕິດເຊື້ອສະສົມ 37 ລ້ານຄົນແລ້ວ (37.102.281 ຄົນ), ປິ່ນປົວຫລາຍ 28 ລ້ານກວ່າຄົນ (28.112.552 ຄົນ) ຫລື ປະມານ 75% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 1.071.460 ຄົນ ອັດຕາການເສຍຊີວິດປະມານ 2,8%.

