ພາຍຸຖະຫຼົ່ມຫວຽດນາມ ຕາຍຢ່າງໜ້ອຍ 17 ຄົນ, ສູນຫາຍ 13 ຄົນ

ສື່ທາງການຂອງຫວຽດນາມ ເຊົ້າວັນນີ້ ວັນທີ 12 ຕຸລາ ລາຍງານໃຫ້ຊາບວ່າ: ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 17 ຄົນ ເນື່ອງຈາກນໍ້າຖ້ວມໃນແຂວງ ທາງພາກກາງຂອງຫວຽດນາມ ໃນອາທິດທີ່ຜ່ານມາ ແລະ ສູນຫາຍ 13 ຄົນ.
ຄວາມສູນເສຍດັ່ງກ່າວມີຂຶ້ນໃນຂະນະທີ່ຫວຽດນາມ ກຳລັງຮັບມືກັນພາຍຸໃຕ້ຝຸ່ນ ລິນຟາ ຊຶ່ງເຮັດໃຫ້ຝົນຕົກໜັກ ແລະ ນໍ້າຖ້ວມຊໍ້າ.
ໂທລະທັດຂອງຫວຽດນາມລາຍງານວ່າ: ເຈົ້າໜ້າທີ່ໄດ້ເຂົ້າຊ່ວຍເຫຼືອຊາວປະມົງ ທີ່ເຮືອພວກເຂົາຖືກຈົມລົງ ຈາກຄວາມຮຸນແຮງຂອງພະຍຸ ຊຶ່ງໃຊ້ ເຮຣີຄອບເຕີ ບິນເໜືອພື້ນທີ່ປະສົບເຫດ ທ່າມກາງກະແສລົມທີ່ຮຸນແຮງໃນແຂວງ ກວາງຈິ.
ຂະນະທີ່ນໍ້າຖ້ວມຢ່າງໜັກ ເຮັດໃຫ້ການສົ່ງອາຫານການກິນໃຫ້ປະຊາຊົນມີຄວາມຫຍຸ້ງຍາກ, ໃນຂະນະດຽວມີຜູ້ອົບພະຍົບອອກຈາກບ້ານເຮືອນປະມານ 31.000 ຄົນ ແລະ ມີບ້ານເຮືອນຫຼາຍກ່ວາ 33.000 ຫຼັງ ຈົມຢູ່ໃຕ້ນໍ້າ.

