ເສດຖີອາເມລິກາ ບໍລິຈາກ 8.000 ພັນລ້ານໂດລາ ໝົດຕົວຈົນລົ້ມລະລາຍ

ຖ້າຈະເວົ້າເຖິງມະຫາເສດຖີໃຈບຸນ ທີ່ບໍລິຈາກເງິນມະຫາສານເຂົ້າການກຸສົນ ຫລາຍຄົນອາດຄິດເຖິງ ວໍເຣນ ບັນເຟດ ຫລື ບິລ ເກດ.
ແຕ່ມື້ນີ້ ພວກເຮົາຈະພາໄປສ້າງຄວາມຮູ້ຈັກກັບ ຊັກ ຟີນີ ມະຫາເສດຖີທີ່ເປັນແບບຢ່າງໃຫ້ ວໍເຣນ ບັບເຟດ ແລະ ບິລ ເກດ ທຸ້ມເງິນບໍລິຈາກເພື່ອປ່ຽນໂລກ ດ້ວຍຄວາມຫວັງທີ່ຈະເຫັນໂລກໜ່ວຍນີ້ດີຂຶ້ນດ້ວຍຕາຕົນເອງ.
- ຊັກ ຟີນີ ເປັນມະຫາເສດຖີເຊື້ອສາຍໄອແລນ-ອາເມລິກາ ປັດຈຸບັນມີອາຍຸ 89 ປີ ລາວເກີດຢູ່ລັດນິວເຈີຊີ ຂອງສະຫະລັດອາເມລິກາ ໃນຊ່ວງເສດຖະກິດຕົກຕໍ່າ.
- ໃນໄວໜຸ່ມ ຟີນີ ໄດ້ຮັບໃຊ້ຊາດເປັນທະຫານອາກາດອາເມລິກາ ເຂົ້າຮ່ວມຮົບໃນສົງຄາມເກົາຫລີ ຮັບໜ້າທີ່ເປັນເຈົ້າໜ້າທີ່ວິທະຍຸສື່ສານ ເຊິ່ງນີ້ເປັນຈຸດເລີ່ມຕົ້ນໃຫ້ລາວເຫັນຊ່ອງທາງທຸລະກິດ ໂດຍໃນເວລາຕໍ່ມາ ລາວສົ່ງເຄື່ອງດື່ມແອນກໍຮໍຈາກອາເມລິກາໄປຂາຍແບບປອດພາສີໃຫ້ທະຫານເຮືອອາເມລິກາທີ່ປະຈຳການຢູ່ເອີຣົບ.
- ຈາກການຂາຍໃຫ້ທະຫານເຮືອ ຟີນີ ຂະຫຍາຍທຸລະກິດເປັນຮ້ານຄ້າປອດພາສີ Duty Free Shoppers (DFS) ເຄືອຂ່າຍຮ້ານຄ້າປອດພາສີຂະໜາດໃຫຍ່ທີ່ມີສາຂາຢູ່ໃນສະໜາມບິນຫລາຍແຫ່ງທົ່ວໂລກ ແລະ ປະສົບຜົນສຳເລັດ ສ້າງລາຍໄດ້ເປັນກອບເປັນກຳ.
ລາຍງານລະບຸວ່າ: ທຸລະກິດຮ້ານຄ້າປອດພາສີ DFS ເຮັດໃຫ້ທ່ານ ໂຣເບີດ ມິລເລີ ຫຸ້ນສ່ວນຮ່ວມກັບທ່ານ ຟີນີ ເປັນມະຫາເສດຖີອັນດັບທີ 293 ຂອງໂລກ ດ້ວຍມູນຄ່າຊັບສິນ 186.000 ລ້ານກວ່າບາດ, ມີເຮືອນພັກຫລູທັງຢູ່ຮົງກົງ, ນິວຢອກ, ປາຣີ ແລະ ສະວິດເຊີແລນ.
- ແຕ່ບໍ່ແມ່ນກັບ ຟີນີ, ລາວເລີ່ມເອົາເງິນຈາກທຸລະກິດຮ້ານຄ້າປອດພາສີມາຕັ້ງມູນນິທິ The Atlantic Philanthropies ແບບລັບໆ ເມື່ອປີ 1982 ເຊິ່ງຕອນນັ້ນລາວອາຍຸ 51 ປີ ໂດຍຕອນທຳອິດບໍ່ມີໃຜຮູ້ວ່າ ຟີນີ ຢູ່ເບື້ອງຫລັງມູນນິທິນີ້.
ເຖິງວ່າເວລາຕໍ່ມາຈະມີຄົນຮູ້ວ່າ ທ່ານ ຟີນີ ເປັນຜູ້ບໍລິຈາກຫລັກໃຫ້ມູນນິທິ The Atlantic Philanthropies ແຕ່ທ່ານ ຟີນີ ຍັງຢືນຢັນວ່າ: ທ່ານບໍ່ຕ້ອງການໃຫ້ຄົນຈົດຈຳທ່ານວ່າເປັນຜູ້ບໍລິຈາກລາຍໃຫຍ່ ຈົນວາລະສານຟອບ ຕັ້ງສາຍາໃຫ້ທ່ານ ຟີນີ ວ່າ: ເປັນນັກບຸນເຈມ ບອນ (James Bond of Philanthropy).
- ຕະຫລອດເວລາເກືອບ 40 ປີ ທ່ານ ຟີນີ ລົງເງິນໃຫ້ມູນນິທິຂອງລາວ 8.000 ລ້ານໂດລາ ໂດຍເກືອບເຄິ່ງໜຶ່ງ ຄືປະມານ 3.700 ລ້ານໂດລາ ໄປຊ່ວຍເຫລືອດ້ານການສຶກສາ ໂດຍສະເພາະການບໍລິຈາກໃຫ້ມະຫາວິທະຍາໄລຄໍແນລ ເຊິ່ງທ່ານເປັນນັກຮຽນເກົ່າເຖິງ 1.000 ລ້ານໂດລາ ເພາະຕ້ອງການໃຊ້ຄືນທີ່ທ່ານເຄີຍຮຽນດ້ານການໂຮງແຮມ ຢູ່ມະຫາວິທະຍາໄລຄໍແນລຟຣີ ຈາກການໄດ້ຮັບທຶນຫລັງໄປຮັບໃຊ້ຊາດໃນສົງຄາມເກົາຫລີ.
ນອກຈາກການບໍລິຈາກເພື່ອການສຶກສາ, ທ່ານ ຟີນີ ຍັງຈ່າຍເງິນ 870 ລ້ານໂດລາ ໄປກັບເລື່ອງສິດທິມະນຸດ ແລະ ການເຄື່ອນໄຫວທາງສັງຄົມ ລວມທັງການບໍລິຈາກເງິນເພື່ອພັດທະນາລະບົບສາທາລະນະສຸກໃນປະເທດຫວຽດນາມນຳອີກ.
ເຊັ່ນດຽວກັບມູນນິທິ The Atlantic Philanthropies ທີ່ເຕີບໃຫຍ່ຈົນຕ້ອງຂະຫຍາຍສຳນັກງານໃຫ້ຄວບຄຸມທົ່ວໂລກ ໂດຍມີສຳນັກງານກະຈາຍຢູ່ 10 ສາຂາທົ່ວໂລກ, ມີພະນັກງານ 300 ກວ່າຄົນເຮັດວຽກດ້ານການກຸສົນໂດຍສະເພາະ.
- ຄົນໃກ້ຊິດທ່ານ ຟີນີ ຕ່າງຢືນຢັນວ່າ: ທ່ານ ຟີນີ ເປັນຄົນຕິດດິນ, ບໍ່ມີລົດສ່ວນຕົວ, ບໍ່ມີເຮືອນຫລູຫລາ ທັງຊີວິດຂອງທ່ານ ຟີນີ ມີເກີບບໍ່ເທົ່າໃດຄູ່ ແລະ ຖ້າຕ້ອງເດີນທາງດ້ວຍເຮືອບິນກໍຈະນັ່ງແຕ່ຊັ້ນປະຢັດ ທັງໆທີ່ຄົນທີ່ໄປນຳ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫລື ສະມາຊິກຄອບຄົວຈະໄປນັ່ງຊັ້ນທຸລະກິດກໍຕາມ.
ຄົນໃກ້ຊິດທ່ານ ຟີນີ ເປີດເຜີຍອີກວ່າ: ທ່ານ ຟີນີ ເຄີຍລອງໃຊ້ຊີວິດຫລູຫລາແບບເສດຖີຄົນອື່ນມາແລ້ວ ແຕ່ຮູ້ສຶກວ່າບໍ່ເໝາະກັບຕົວທ່ານ ຈຶ່ງຫັນກັບໄປໃຊ້ຊີວິດລຽບງ່າຍແບບເກົ່າ ເຊິ່ງລູກນ້ອງຈະເຫັນຢູ່ສະເໝີວ່າ ທ່ານ ຟີນີ ໃສ່ໂມງຄາສິໂອລາຄາບໍ່ແພງ ເວລາໄປໃສກໍຈະບໍ່ໃສ່ກະເປົາຫລູ ຫລາຍຄັ້ງທ່ານມາພ້ອມຖົງປລາສະຕິກໃສ່ເອກະສານມາເຮັດວຽກ.
ສ່ວນແນວຄິດການບໍລິຈາກ, ທ່ານ ຟີນີ ເບິ່ງວ່າ: ການເປັນມະຫາເສດຖີຕ້ອງມາພ້ອມກັບຄວາມຮັບຜິດຊອບ ເພາະທຸກມື້ນີ້ ຄົນຫລວງຫລາຍໃນໂລກທີ່ບໍ່ມີອາຫານກິນໃຫ້ອີ່ມທ້ອງ. ຂະນະທີ່ມະຫາເສດຖີຈຳນວນຫລາຍພັດມີເງິນຈົນບໍ່ຮູ້ຈະໃຊ້ແນວໃດໃຫ້ໝົດ.
- ຈົນກະທັ້ງໃນເດືອນກັນຍາຜ່ານມາ, ທ່ານ ຟີນີ ເຊິ່ງມີອາຍຸ 89 ປີ ແລະ ມີຮ່າງກາຍບໍ່ແຂງແຮງ ຕັດສິນໃຈລົງນາມໃນເອກະສານປິດມູນນິທິ ຫລັງຈາກທີ່ທ່ານບໍ່ເຫລືອເງິນທີ່ຈະບໍລິຈາກໃຫ້ມູນນິທິອີກຕໍ່ໄປ ເຊິ່ງນັ້ນເປັນໄປຕາມເຈດຕະນາທີ່ທ່ານເຄີຍເປີດເຜີຍວ່າ: ຕ້ອງການເຫັນຜົນງານທີ່ໄດ້ຈາກການທຸ້ມບໍລິຈາກດ້ວຍຕາຂອງຕົນເອງ ແລະ ບໍ່ຢາກບໍລິຈາກໃນມື້ທີ່ທ່ານຕາຍໄປແລ້ວ.
ທ່ານ ຟີນີ ໄດ້ຂຽນຈົດໝາຍໄປຫາມະຫາເສດຖີທົ່ວໂລກ ໂດຍຂຽນຈາກເຮືອນຫລັງນ້ອຍໆ ໃນນະຄອນຊານຟຣານຊິສໂກ ເຊິ່ງທ່ານເຊົ່າຢູ່ກັບພັນລະຍາ ແນະນຳໃຫ້ບັນດາເສດຖີບໍລິຈາກເງິນໃນໄລຍະທີ່ຍັງມີຊີວິດຢູ່ ພ້ອມຊັກຊວນວ່າ: ຖ້າໃຜໄດ້ລອງເຮັດແລ້ວຈະມັກຄືທ່ານ.
- ຊີວິດຂອງທ່ານ ຟີນີ ທີ່ສຸດທ້າຍເກືອບບໍ່ເຫລືອຫຍັງເລີຍ ຈາກການທຸ້ມບໍລິຈາກຈົນໝົດຕົວ ສ້າງແຮງບັນດານໃຈໃຫ້ມະຫາເສດຖີຫລາຍຄົນ ລວມທັງທ່ານ ບິລ ເກດ ແລະ ທ່ານ ວໍເຣນ ບັຟເຟດ ຈົນເຮັດໃຫ້ທັງສອງສ້າງຕັ້ງ The Giving Pledge ເຊິ່ງເປັນຄຳໝັ້ນສັນຍາວ່າ: ມະຫາເສດຖີທີ່ເຂົ້າຮ່ວມໂຄງການນີ້ຈະຕ້ອງບໍລິຈາກຊັບສິນຢ່າງໜ້ອຍເຄິ່ງໜຶ່ງເພື່ອການກຸສົນ.
ທ່ານ ວໍເຣນ ບັຟເຟດ ລະບຸວ່າ: ທ່ານ ຟີນີ ຄືຮີໂລຂອງທ່ານ ແລະ ເປັນຮີໂລຂອງທ່ານ ບິລ ເກດ ນຳ. ກ່ອນຈະບອກວ່າ: ການໃຊ້ຊີວິດແບບທ່ານ ຟີນີ ເຮັດໃຫ້ທ່ານຄວນໄດ້ຮັບການຍົກຍ້ອງວ່າເປັນຮີໂລຂອງທຸກຄົນ.

