ທັກສະສຳຄັນສຳລັບຫົວໜ້າທຸກລະດັບ

ເມື່ອປີ 2014 Jack Zenger ແລະ Joseph Folkman Founder ຂອງ zengerfolkman ບໍລິສັດໃຫ້ຄຳປຶກສາລະດັບໂລກກ່ຽວກັບເລື່ອງ leadership ຫລື ການເປັນຜູ້ນຳ ໄດ້ເຮັດ Research ທີ່ໜ້າສົນໃຈກ່ຽວເລື່ອງການເປັນຜູ້ນຳ ແລະ ໄດ້ຕີພິມລົງໃນ Harvard Business Review ໃນ Article ທີ່ຊື່ວ່າ The Skills Leaders Nees at Every Level.
ໂດຍ Zenger ແລະ Folkman ຕ້ອງການຫາຮູບແບບຂອງການພັດທະນາທັກສະຕ່າງໆ ຂອງການເປັນຜູ້ນຳ, ພວກເຂົາຕ້ອງການຮູ້ວ່າ: ຄວາມຈິງແລ້ວ ການພັດທະນາຜູ້ນຳທີ່ມີປະສິດທິພາບ ພວກເຮົາຈຳເປັນຕ້ອງເນັ້ນໃສ່ທັກສະທີ່ແຕກຕ່າງກັນ ຫລື ບໍ່.
ເຊັ່ນ: ຜູ້ຈັດການລະດັບຕໍ່າຄວນເນັ້ນໃສ່ເລື່ອງການຊຸກຍູ້ຜົນໄດ້ຮັບ. ຂະນະທີ່ຜູ້ບໍລິຫານລະດັບສູງຄວນເນັ້ນໃສ່ການພັດທະນາທາງກົນລະຍຸດ ນັ້ນເປັນເລື່ອງທີ່ຖືກຕ້ອງແລ້ວ ຫລື ບໍ່.
ແຕ່ເມື່ອພວກເຂົາໄດ້ເລີ່ມເຈລະຈາ ແລະ ເກັບກຳຂໍ້ມູນຈາກຜູ້ບໍລິຫານຫລາຍຄົນ, ຫລາຍລະດັບ, ເຂົາກໍພົບວ່າ: ຜູ້ບໍລິຫານລະດັບສູງດີທີ່ສຸດຫລາຍຄົນເນັ້ນໃສ່ການສົ່ງມອບຜົນໄດ້ຮັບ ແລະ ຜູ້ຈັດການລະດັບຕໍ່າຫລາຍຄົນກໍມີຄວາມຊັດເຈນກ່ຽວກັບເລື່ອງວິໄສທັດ ແລະ ກົນລະຍຸດ.
ສິ່ງນີ້ເຮັດໃຫ້ພວກເຂົາສົງໄສວ່າ: ຄວາມຈິງແລ້ວ ທັກສະນະບາງຢ່າງມີຄວາມສຳຄັນໜ້ອຍກວ່າ ສຳລັບຜູ້ນຳໃນບາງລະດັບຂອງອົງການ ຫລື ບໍ່ ຫລືວ່າ ຄວາມຈິງແລ້ວ ມັນມີຊຸດທັກສະພື້ນຖານສຳລັບຜູ້ນຳທຸກລະດັບ.
ເພື່ອຈະຫາຄຳຕອບຂອງເລື່ອງນີ້ ພວກເຂົາຈຶ່ງຮວບຮວມຂໍ້ມູນຫລາຍກວ່າ 332.860 ຊຸດ ທີ່ໄດ້ຈາກການຖາມ, ໂອ້ລົມ ກັບ ຫົວໜ້າ, ເພື່ອນຮ່ວມງານ ແລະ ຜູ້ໃຕ້ບັງຄັບບັນຊາ.
ວ່າຄວາມຈິງແລ້ວ ທັກສະໃດທີ່ມີຜົນກະທົບຫລາຍທີ່ສຸດຕໍ່ຜົນສຳເລັດຂອງຜູ້ນຳ (ຕອບໃນມຸມຂອງຕຳແໜ່ງທີ່ຜູ້ຕອບດຳລົງຢູ່ໃນຕອນນີ້)
ຫລັງການເຮັດການສຳຫລວດ ແລະ ຮວບຮວມຂໍ້ມູນຕ່າງໆຮຽບຮ້ອຍແລ້ວ ເຂົາກໍພົບວ່າ: ຄຳຕອບນັ້ນມີຄວາມສອດຄ່ອງກັນຫລາຍ ເຖິງວ່າຜູ້ຕອບຈະຢູ່ໃນຕຳແໜ່ງທີ່ແຕກຕ່າງກັນກໍຕາມ.
ແລະ ນີ້ຄື 10 ທັກສະທີ່ ຫົວໜ້າຂະແໜງ ແລະ ຜູ້ບໍລິຫານ ຫລາຍລະດັບເຫັນກົງກັນວ່າມີຄວາມສຳຄັນ
- ອັນດັບ 1: 38% Inspires and motivates others: ສ້າງແຮງບັນດານໃຈ ແລະ ກະຕຸ້ນຄົນອື່ນໆ.
- ອັນດັບ 2: 37% Displays high integrity and honesty: ສະແດງໃຫ້ເຫັນເຖິງຄວາມຊື່ສັດ ແລະ ໝັ້ນຄົງ.
- ອັນດັບ 3: 37% Solves problems and analysis issues: ແກ້ບັນຫາ ແລະ ວິເຄາະບັນຫາ.
- ອັນດັບ 4: 36% Drives for results: ຂັບເຄື່ອນ ຫລື ຊຸກຍູ້ໃຫ້ເກີດຜົນໄດ້ຮັບ.
- ອັນດັບ 5: 35% Communication powerfully and prolifically: ມີທັກສະການສື່ສານດີທີ່ສຸດ
- ອັນດັບ 6: 33% Collaborates and promotes teamwork: ສ້າງການຮ່ວມມື ແລະ ສົ່ງເສີມການເຮັດວຽກເປັນທີມ.
- ອັນດັບ 7: 30% Builds ralationships: ສ້າງການພົວພັນ ແລະ ສ້າງ connection.
- ອັນດັບ 8: 27% Display technical or professional expertise: ສະແດງໃຫ້ເຫັນເຖິງຄວາມຊ່ຽວຊານລະດັບມືອາຊີບ.
- ອັນດັບ 9: 24% Display a strategic perspective: ສາມາດສະແດງມຸມມອງທາງກົນລະຍຸດ.
- ອັນດັບ 10: 21% Develops others: ມີຄວາມສາມາດໃນການພັດທະນາຄົນໃນທີມ/ອົງກອນ.
ຈາກຂໍ້ມູນຂອງຜົນສຳເລັດນີ້ພໍຈະເຮັດໃຫ້ເຮົາໄດ້ເຫັນແລ້ວວ່າ ບໍ່ວ່າທ່ານຈະເປັນຫົວໜ້າ ຫລື ຜູ້ບໍລິຫານລະດັບໃດໃນອົງກອນ ມັນຈະມີ Skill ຊຸດໜຶ່ງທີ່ເອີ້ນໄດ້ວ່າມີຄວາມສຳຄັນຫລາຍ ແລະ ເກືອບບໍ່ປ່ຽນແປງ ຕະຫລອດການເຮັດວຽກໃນຕຳແໜ່ງຂອງຫົວໜ້າ ຫລື ຜູ້ບໍລິຫານຂອງອົງກອນໃນທຸກລະດັບ.
ດັ່ງນັ້ນ ຢ່າລໍຖ້າຈົນກວ່າທ່ານຈະເປັນຜູ້ຈັດການລະດັບສູງ ແລ້ວຄ່ອຍເລີ່ມພັດທະນາທັກສະຂອງມະນຸດທາງກົນລະຍຸດ ແຕ່ຈົ່ງເລີ່ມຝຶກເລື່ອງນີ້ນັບແຕ່ເລີ່ມຕົ້ນເປັນຫົວໜ້າ ຫລື ນັບແຕ່ເລີ່ມເຮັດວຽກໄດ້ຍິ່ງດີ.
ເພາະຖ້າທ່ານຖ້າຈົນທ່ານຈະເປັນຜູ້ຈັດການລະດັບສູງ ແລ້ວຄ່ອຍເລີ່ມພັດທະນາມຸມມອງທາງກົນລະຍຸດ ມັນອາດຈະສວາຍເກີນໄປ ເພາະຈາກຂໍ້ມູນທີ່ໄດ້ຈາກການວິໄຈນີ້ ເຂົາລະບຸເລີຍວ່າ:
ການຂາດມຸມມອງທາງກົນລະຍຸດ ຖືວ່າເປັນໜຶ່ງໃນຂໍ້ບົກຜ່ອງຮ້າຍແຮງ ເຖິງວ່າງານປັດຈຸບັນຂອງທ່ານຈະຍັງບໍ່ຈຳເປັນຕ້ອງໃຊ້ທັກສະເລື່ອງນີ້ກໍຕາມ, ແຕ່ຫົວໜ້າ ຫລື ຜູ້ຈັດການ (ສ່ວນຫລາຍ) ຕ້ອງການເຫັນທ່ານສະແດງທັກສະນັ້ນກ່ອນທີ່ພວກເຂົາຈະໂຄສະນາທ່ານ.
ດັ່ງນັ້ນ ຈຶ່ງເປັນເລື່ອງຈຳເປັນຈະຕ້ອງຖາມຕົນເອງ (ແລະ ຕອບໃຫ້ໄດ້) ວ່າ: ຄວາມສາມາດໃດສຳຄັນທີ່ສຸດສຳລັບເຮົາຕອນນີ້ ແລະ ຂະນະດຽວກັນ ຕ້ອງຖາມ ແລະ ຕອບຕົນເອງໃຫ້ໄດ້ອີກເຊັ່ນກັນວ່າ: ທັກສະໃດທີ່ຈຳເປັນ ແລະ ສຳຄັນສຳລັບອະນາຄົດ ຫລື ຕຳແໜ່ງງານໃນລະດັບຕໍ່ໄປຂອງເຮົາ.

