ອຸຕຸເຕືອນວັນທີ 9-11 ຕຸລານີ້ ຈະມີຝົນຕົກໜັກຢູ່ບັນດາແຂວງພາກກາງ ແລະ ພາກໃຕ້

ວັນທີ 8 ຕຸລານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກປະກາດແຈ້ງເຕືອນຄວາມກົດດັນອາກາດສູງຈາກປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມເຂດພາກເໜືອຂອງລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງເພີ່ມຂຶ້ນ ສົມທົບກັບລົມຕາເວັນອອກ-ຕາເວັນອອກສຽງເໜືອປັດປົກຄຸມເປັນສ່ວນຫລາຍ ເຊິ່ງຈະເຮັດໃຫ້ອາກາດເຢັນລົງໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ລະຫວ່າງວັນທີ 9-11 ຕຸລານີ້. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນ ແລະ ອົງການປົກຄອງທຸກພາກສ່ວນຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງດັ່ງກ່າວທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ນ້ຳຖ້ວມ, ດິນເຈື່ອນ ແລະ ພ້ອມນີ້ກໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິມົ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.


