ສານປະຊາຊົນແຂວງຊຽງຂວາງຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດ

ເມື່ອບໍ່ດົນມານີ້, ສານປະຊາ ຊົນແຂວງຊຽງຂວາງ, ໄດ້ຕັດ ສິນລົງໂທດ ທ້າວ ເມັ້ງຢ່າງອາຍຸ 48 ປີ ຢູ່ບ້ານໂພນສະຫວັນໄຊ, ທ້າວ ຄຳໝັ້ນ ອາຍຸ 35 ປີຢູ່ບ້ານ ນ້ຳຫງຳ, ທ້າວ ຕົ່ງເຈີລີ ອາຍຸ 40 ປີ ຢູ່ບ້ານຮົວະ ແລະ ນາງ ໝີ ຫວ່າງອາຍຸ 44 ປີ ຢູ່ບ້ານໂພນ ແຍງ, ເມືອງຄູນ ໃຫ້ຈຳຄຸກຄົນ ລະ 5 ປີ ພ້ອມປັບໄໝຜູ້ລະ 10 ລ້ານກີບ, ໃນຂໍ້ຫາຄ້າຂາຍຢາ ເສບຕິດ, ເຊິ່ງພວກກ່ຽວຖືກ ເຈົ້າໜ້າທີ່ຈັບຕົວເມື່ອທ້າຍປີ 2016 ພ້ອມຂອງກາງຢາບ້າ 40 ກວ່າເມັດ.

