Armenia ສະເໜີທາງອອກ ສຳປະທານຮ່ວມໃນພື້ນທີ່ຂັດແຍ່ງ ກັບ Azerbaijan ຫລັງສູ້ຮົບຍືດເຍື້ອມື້ທີ 10 ເສຍຊີວິດເກີນ 260 ຄົນ

ທ່ານ ນິໂຄລ ປາຊິນນຽນ ນາຍົກລັດຖະມົນຕີ Armenia ເປີດເຜີຍວ່າ: Armenia ພ້ອມເຮັດຂໍ້ຕົກລົງສຳປະທານຮ່ວມໃນພາກພື້ນນາກໍໂນ-ຄາຣາບັກ ກັບ Azerbaijan ເພື່ອຫລຸດຜ່ອນຄວາມຂັດແຍ່ງ ຫລັງຈາກທະຫານຂອງທັງສອງຝ່າຍປະທະກັນຕໍ່ເນື່ອງເຂົ້າສູ່ມື້ທີ 10 ແລະ ມີຜູ້ເສຍຊີວິດແລ້ວຫລາຍກວ່າ 260 ຄົນ.
ສຳລັບການສູ້ຮົບໃນວັນທີ 6 ຕຸລານີ້ ເຊິ່ງເປັນມື້ທີ 10 ມີລາຍງານວ່າ: ທະຫານຂອງຝ່າຍກອງກຳລັງຊົນພື້ນເມືອງ Armenia ທີ່ຄວບຄຸມພື້ນທີ່ນາກໍໂນ-ຄາຣາບັກ ເສຍຊີວິດເພີ່ມອີກ 21 ຄົນ ສົ່ງຜົນໃຫ້ຈຳນວນລວມທະຫານທີ່ເສຍຊີວິດ ນັບແຕ່ການສູ້ຮົບເກີດຂຶ້ນເມື່ອວັນທີ 27 ກັນຍາຜ່ານມາ ເພີ່ມເປັນ 220 ກວ່າຄົນ ແລະ ພົນລະເຮືອນເສຍຊີວິດ 21 ຄົນ, ບາດເຈັບ 82 ຄົນ.
ສ່ວນທາງ Azerbaijan ບໍ່ເປີດເຜີຍລາຍລະອຽດທະຫານທີ່ບາດເຈັບ ຫລື ເສຍຊີວິດ, ແຕ່ລາຍງານວ່າມີພົນລະເຮືອນເສຍຊີວິດ 25 ຄົນ ແລະ ບາດເຈັບ 127 ຄົນ.
ທາງດ້ານກອງທັບ Armenia ລາຍງານວ່າ: ກອງທັບ Azerbaijan ພະຍາຍາມໂຈມຕີພື້ນທີ່ທີ່ມີຊຸມຊົນໜາແໜ້ນ ໂດຍໄດ້ຍິງອາວຸດນຳວິຖີຫລາຍລູກໂຈມຕີເມືອງສະເຕພານາແກດ ເຊິ່ງເປັນເມືອງເອກຂອງນາກໍໂນ-ຄາຣາບັກ.
ຂະນະທີ່ກະຊວງປ້ອງກັນປະເທດ Azerbaijan ກ່າວຫາກອງທັບ Armenia ວ່າ: ຍິງລູກປືນໃຫຍ່ໂຈມຕີຫລາຍເມືອງທີ່ຢູ່ນອກພື້ນທີ່ຂັດແຍ່ງ ລວມທັງເມືອງການຊາ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງປະເທດ.
ທັງນີ້ ພາກພື້ນນາກໍໂນ-ຄາຣາບັກ ເປັນເຂດປົກຄອງຕົນເອງທີ່ໄດ້ຮັບການຍອມຮັບຈາກນາໆຊາດວ່າຢູ່ພາຍໃຕ້ການປົກຄອງຂອງ Azerbaijan ນັບແຕ່ຍຸກສະຫະພາບໂຊວຽດ, ແຕ່ຊົນພື້ນເມືອງຊາວ Armenia ເຊິ່ງເປັນປະຊາກອນສ່ວນຫລາຍນັ້ນ ເປັນຝ່າຍຄວບຄຸມພື້ນທີ່ ແລະ ປະກາດແຍກຕົວຈາກ Azerbaijan ນັບແຕ່ປີ 1991 ເຮັດໃຫ້ເກີດສົງຄາມໃນພື້ນທີ່ເປັນຄັ້ງທຳອິດເມື່ອປີ 1992-1994 ເຊິ່ງມີຜູ້ເສຍຊີວິດ 30.000 ກວ່າຄົນ.

