ຈີນປະສົບເຫດດິນຖະຫລົ່ມຊ້ຳອີກ

ປັກກິ່ງ 27 ມິຖຸນາ: ສື່ທາງການຈີນລາຍງານວ່າ: ກອງຫີນ ແລະ ດິນຖະຫລົ່ມລົງມາອີກໃນວັນທີ 27 ມິຖຸນານີ້ ຊ້ຳຈຸດເກົ່າທີ່ເກີດດິນຖະຫລົ່ມຄັ້ງໃຫຍ່ທາງຕາເວັນຕົກສຽງໃຕ້ຂອງຈີນໃນທ້າຍອາທິດຜ່ານມາ.
+ ມີຜູ້ເສຍຊີວິດ 15 ຄົນ, ສູນຫາຍ 100 ຄົນຈາກດິນເຈື່ອນຢູ່ຈີນ
ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານວ່າ: ບໍ່ມີຜູ້ບາດເຈັບຈາກດິນຖະຫລົ່ມເທື່ອໃໝ່ຢູ່ບ້ານຊິນໂໝ ເຊິ່ງໄດ້ປິດກັ້ນພື້ນທີ່ໄວ້ ພາຍຫລັງມີປະກາດເຕືອນໃນວັນທີ 26 ມິຖຸນາ, ຂະນະທີ່ໜ່ວຍກູ້ໄພຍັງຂຸດຄົ້ນຫາຕາມກອງຫີນ ແລະ ດິນນັບແຕ່ເກີດໄພພິບັດ, ຕ້ອງອົບພະຍົບປະຊາຊົນອອກຈາກພື້ນທີ່, ມາຮອດປັດຈຸບັນມີລາຍງານຢືນຢັນຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ສູນຫາຍອີກ 93 ຄົນ ພາຍຫລັງຝົນຕົກໜັກເຮັດໃຫ້ດິນເຈື່ອນທັບບ້ານຢູ່ແຂວງເສສວນ ແລະ ພົບຜູ້ລອດຊີວິດພຽງ 3 ຄົນ.

