ຂໍພຽງແຕ່ມີວິຊາຊີບ ບໍ່ມີວັດອົດຕາຍ ແຮ່ງນັບມື້ຈະສົດໃສ

ໂດຍ: ທິດກໍ່າ
ເມື່ອເບິ່ງພາບລວມໃນການສ້າງສາພັດທະນາປະເທດຊາດຂອງພວກເຮົາໃນປັດຈຸບັນນີ້ ເຫັນວ່າຍັງຄຶກຄັກຕໍ່ເນື່ອງ ແລະ ເບິ່ງໄປໃນອະນາຄົດກໍຈະນັບມື້ເດີນໜ້າຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ. ໃນສະພາບປັດຈຸບັນ ເຖິງວ່າມີໂຄວິດ-19 ມາກົດໜ່ວງທຳລາຍເສດຖະກິດ-ສັງຄົມຂອງປະເທດ ອັນມີຜົນກະທົບຢ່າງໃຫຍ່ຫລວງ, ແຕ່ບັນຫາການສ້າງສາພັດທະນາກໍຍັງເດີນໜ້າໄປຕິກໆ. ສິ່ງທີ່ເຫັນກັບຕາກໍຄືບັນດາໂຄງການໃຫຍ່ນ້ອຍຕ່າງໆເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຄງການພັດທະນາເຂດເສດຖະກິດພິເສດ, ເສດຖະກິດສະເພາະແບບກວມລວມ ນັບທັງໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ, ໂຄງການສ້າງທາງດ່ວນ ແລະ ໂຄງການອື່ນໆໃນທົ່ວປະເທດກໍພວມເລັ່ງລັດພັດທະນາໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຍ້ອນບັນດາໂຄງການ, ກິດຈະການຕ່າງໆໄດ້ເກີດຂຶ້ນຢ່າງຫລວງຫລາຍ ແລະ ກວ້າງຂວາງໃນທົ່ວປະເທດ ຈຶ່ງກໍ່ໃຫ້ເກີດມີໂຮງຈັກ, ໂຮງງານ, ກິດຈະການ, ຮ້ານຄ້າ, ໂຮງແຮມ, ທະນາຄານ, ການບໍລິການ, ການຜະລິດອຸດສາຫະກຳ, ກະສິກຳທີ່ຫລາກຫລາຍສາຂາວິຊາອາຊີບ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການທາງສັງຄົມ.
ຍິ່ງໄປກວ່ານັ້ນ, ຍັງມີແຫລ່ງຂ່າວໃຫ້ຮູ້ຕື່ມວ່າ: ຕ່າງປະເທດພວມມີຄວາມສົນໃຈຕ້ອງການມາລົງທຶນຢູ່ ສປປ ລາວ ໃນຫລາຍຂະແໜງການກິດຈະການໃນເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ຫລືວ່າ ໃນບັນດາເຂດແຂວງທີ່ມີທ່າແຮງໃນແຕ່ລະດ້ານໃນທົ່ວປະເທດ ເຊິ່ງມາຮອດປັດຈຸບັນນີ້ ແຕ່ລະຂົງເຂດເສດຖະກິດໄດ້ມີການລົງທຶນຂອງຕ່າງປະເທດໄປແລ້ວຫລາຍພັນຕື້ໂດລາ. ໃນບັນດາປະເທດທີ່ມາລົງທຶນຫລາຍກວ່າໝູ່ກໍແມ່ນ ສປ ຈີນ, ຫວຽດນາມ, ໄທ, ເກົາຫລີ, ຍີ່ປຸ່ນ ແລະ ຫລາຍໆປະເທດ.
ນີ້ຄືສິ່ງບົ່ງບອກທີ່ມາ ແລະ ຄວາມຕ້ອງການທາງດ້ານແຮງງານພາຍໃນປະເທດ ຍ້ອນວ່າການຜະລິດກັບກຳລັງການຜະລິດມັນຕິດພັນກັນຢ່າງສະໜິດແໜ້ນ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້. ຕົວຢ່າງໃຫ້ເຫັນຢ່າງຈະແຈ້ງໃນມໍ່ໆມານີ້ ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ຮັບສະໝັກ ແລະ ຝຶກອົບຮົມແຮງງານລາວຫລາຍພັນຄົນ ເພື່ອປະກອບເຂົ້າໃນບັນດາວຽກງານໃນຂະແໜງການຕ່າງໆຂອງໂຄງການດັ່ງກ່າວທີ່ໃກ້ຈະສຳເລັດໃນປີ 2021 ແລະ ຍັງຈະສືບຕໍ່ຮັບສະໝັກຝຶກອົບຮົມໄປຢ່າງຕໍ່ເນື່ອງ ຖ້າໂຄງການນີ້ໄດ້ສຳເລັດ ແລະ ເລີ່ມບໍລິການ. ສ່ວນກິດຈະການອື່ນໆທີ່ນອນຢູ່ໃນໂຮງຈັກ-ໂຮງງານ ແລະ ພື້ນຖານການຜະລິດກໍຕ້ອງການແຮງງານລາວຢ່າງຫລວງຫລາຍເໝືອນກັນ.
ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ, ບັນຫາການອອກແຮງງານຢູ່ພາຍໃນປະເທດ ເຖິງວ່າຈະມີຄ່າແຮງງານຕໍ່າກວ່າປະເທດເພື່ອນບ້ານ, ແຕ່ມັນກໍມີຂໍ້ສະດວກ ແລະ ມີຜົນປະໂຫຍດຫລາຍດ້ານ ເປັນຕົ້ນແມ່ນບັນຫາຄວາມປອດໄພ, ອັນສອງມາແມ່ນບໍ່ຕົກຢູ່ໃນຄວາມສ່ຽງການຄ້າມະນຸດ, ບໍ່ຖືກຕົວະຍົວະຫລອກລວງ ຫລື ປຸ້ນຈີ້ເອົາຊັບສິນໃນເວລາກັບມາບ້ານ ດັ່ງເຮົາເຫັນແຫລ່ງຂ່າວຊ່າລືກັນໃນຫລາຍປີຜ່ານມາ. ອີກປະການໜຶ່ງ ກໍເປັນການສົ່ງເສີມກຳລັງແຮງເສດຖະກິດຂອງຊາດ ເພາະຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດກໍແມ່ນຄົນໃນຊາດເປັນຜູ້ບຸກເບີກສ້າງສາ ນັບແຕ່ເສດຖະກິດຄອບຄົວ, ເສດຖະກິດລວມໝູ່, ບຸກຄົນ, ນິຕິບຸກຄົນ ຈົນກາຍເປັນເສດຖະກິດຂອງຊາດ.
ເມື່ອຕັ້ງໂຈດກັນວ່າ, ເພື່ອສ້າງເງື່ອນໄຂໃຫ້ເຮົາເອງມີວຽກເຮັດງານທຳຈະຕ້ອງເຮັດແນວໃດ ? ຄຳຕອບທີ່ແນ່ນອນກໍຄື ຕ້ອງມີວິຊາຊີບ ຫລື ມີວິຊາສະເພາະຢ່າງເຕັມຕົວ ແລະ ມີຄຸນນະພາບ ຈຶ່ງຈະສາມາດມີວຽກເຮັດງານທຳທີ່ແນ່ນອນໄດ້. ປັດຈຸບັນ ພັກ ແລະ ລັດຖະບານເຮົາພວມສົ່ງເສີມນັກຮຽນ-ນັກສຶກສາທີ່ຮຽນຈົບມັດທະຍົມທຸກລະດັບເຂົ້າໄປສຶກສາຮໍ່າຮຽນໃນຂະແໜງວິຊາຊີບເຊັ່ນ: ຮຽນກົນຈັກ, ຈັກກົນ, ຮຽນກໍ່ສ້າງ, ຮຽນຊ່າງເຮືອນ, ຊ່າງຈອດ, ຮຽນຕັດຫຍິບ, ໂຮງແຮມ, ຮ້ານອາຫານ, ປູກຝັງ, ລ້ຽງສັດ ແລະ ຂະແໜງການອື່ນໆທີ່ເຫັນວ່າຮຽນຈົບອອກມາແລ້ວສາມາດປະກອບເປັນອາຊີບຂອງຕົນໄດ້ເປັນຢ່າງດີ. ຈາກຄວາມຕ້ອງການດັ່ງກ່າວ, ພັກ ແລະ ລັດຖະບານຈຶ່ງໄດ້ສ້າງໂຮງຮຽນອາຊີວະສຶກສາທັງພາກລັດ ແລະ ເອກະຊົນຂຶ້ນຢ່າງຫລວງຫລາຍຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ອັນເປັນການສ້າງເງື່ອນໄຂໃຫ້ຜູ້ຕ້ອງການຮຽນໄດ້ເຂົ້າເຖິງໃນທຸກຂະແໜງການ ແລະ ທຸກຂົງເຂດໃນທົ່ວປະເທດ.
ແນວໃດກໍຕາມ, ມາເບິ່ງໃນດ້ານຄວາມເປັນຈິງແລ້ວ ໃນຫລາຍສິບປີຜ່ານມາ ຄົນເຮົາສ່ວນຫລາຍມັກແຕ່ໄປຮຽນຂະແໜງການເງິນ, ການທະນາຄານ, ບໍລິຫານທຸລະກິດ ຮຽນຈົບມາຕ້ອງການເປັນພາສີ, ເປັນອາກອນ, ເປັນເຈົ້າເປັນນາຍ, ເຮັດວຽກຢູ່ໃນໂຕະຕັ່ງ, ນັ່ງຫ້ອງແອ, ເຮັດໜ້ອຍຢາກໄດ້ເງິນຫລາຍ ແຕ່ລະດັບຄວາມຮູ້ຄວາມສາມາດ ແລະ ຄຸນນະພາບຂອງຕົນເອງພັດພໍໄດ້ແຕ່ມ້າມແປະພຸງ ມັນກໍເລີຍຄືໄມ້ຄ້ຳກ້ວຍກັບກ້ວຍຄ້ຳໄມ້.
ເຖິງຢ່າງໃດກໍດີ, ໄປຄຽງຄູ່ກັບການຫັນເອົາຄຸນນະພາບຂອງລະບົບການສຶກສາ ເພື່ອສ້າງຄົນຢູ່ບ້ານເຮົາໃຫ້ນັບມື້ດີຂຶ້ນ, ມາຮອດປັດຈຸບັນກໍເຫັນວ່ານັກຮຽນນັກສຶກສາທີ່ຮຽນຈົບໃນສາຂາວິຊາຕ່າງໆ ໄດ້ມີຄຸນນະພາບ ແລະ ຄ່ອຍໆເຊື່ອມໂຍງເຂົ້າກັບສາກົນໄດ້. ໃນຕໍ່ໜ້ານີ້ ພາລະກິດການສ້າງສາພັດທະນາປະເທດຊາດນັບມື້ຂະຫຍາຍຕົວ ແລະ ພວມຕ້ອງການຄົນມີຄວາມຮູ້ຄວາມສາມາດ ແລະ ມີວິຊາສະເພາະທີ່ແນ່ນອນ ຈຶ່ງຈະສາມາດລ້ຽງປາກລ້ຽງທ້ອງໃຫ້ຮັ່ງມີເຂັ້ມແຂງໄດ້.

