ຊາວອັງກິດລຸກຮື້ຂຶ້ນປະທ້ວງ ມາດຕະການລັອກດາວເທື່ອໃໝ່

ໃນວັນທີ 27 ກັນຍານີ້, ປະຊາຊົນຫລາຍພັນຄົນມາຊຸມນຸມກັນຢູ່ບໍລິເວນສະໜາມທຣາຟັລກາ ກາງນະຄອນຫລວງລອນດອນ ຂອງອັງກິດ ໃນວັນທີ 26 ກັນຍາ ເພື່ອປະທ້ວງຕໍ່ຕ້ານມາດຕະການເຂັ້ມງວດຄວບຄຸມການລະບາດຂອງໂຄວິດ-19 ຄັ້ງໃໝ່ຂອງລັດຖະບານອັງກິດ ໂດຍຫລາຍຄົນຈັບແຜ່ນປ້າຍຕັ້ງຄຳຖາມເຖິງຄວາມໄຮ້ປະໂຫຍດຂອງມາດຕະການລັອກດາວ ເຊິ່ງກຸ່ມຜູ້ປະທ້ວງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງລັດຖະບານກ່ຽວກັບມາດຕະການເວັ້ນໄລຍະຫ່າງທາງສັງຄົມ ຫລື social distancing ແລະ ເລືອກຈະບໍ່ໃສ່ຜ້າປິດປາກນຳອີກ.
ກຸ່ມຜູ້ປະທ້ວງ ຍັງໄດ້ປະທະກັບຕຳຫລວດທີ່ພະຍາຍາມສະຫລາຍການປະທ້ວງ ເພາະຜູ້ປະທ້ວງຝ່າຝືນບໍ່ໄດ້ປະຕິບັດຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ ແລະ ບໍ່ໃສ່ຜ້າປິດປາກ-ດັງ. ຕຳຫລວດບອກວ່າ: ມີເຈົ້າໜ້າທີ່ 9 ຄົນໄດ້ຮັບບາດເຈັບ ແລະ ປະຊາຊົນ 16 ຄົນຖືກຈັບ ໃນຂໍ້ຫາຄວາມຜິດທຳຮ້າຍເຈົ້າໜ້າທີ່ ແລະ ກໍ່ໃຫ້ເກີດຄວາມບໍ່ສະຫງົບຮຽບຮ້ອຍ ຈົນເຮັດໃຫ້ເກີດຄວາມຮຸນແຮງ ຖືເປັນການປະທ້ວງໃນທ້າຍອາທິດຄັ້ງນີ້ 2 ຕໍ່ຕ້ານມາດຕະການເຂັ້ມງວດການລະບາດຂອງໄວຣັສ.
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຜູ້ນຳອັງກິດ ປະກາດໃຊ້ມາດຕະການເຂັ້ມງວດ ເພື່ອຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໃນອາທິດນີ້ ໂດຍບອກປະຊາຊົນໃຫ້ເຮັດວຽກຢູ່ເຮືອນຖ້າເປັນໄປໄດ້ ແລະ ສັ່ງໃຫ້ຮ້ານບັນເທີງຕ່າງໆປິດກ່ອນເວລາ ຫລັງສະຖິຕິການຕິດເຊື້ອໄວຣັສກັບມາເພີ່ມສູງຂຶ້ນອີກ.
ສະຫະຣາຊະອານາຈັກ ມີຜູ້ຕິດເຊື້ອໃໝ່ 6.042 ຄົນໃນວັນທີ 26 ກັນຍາ ເຊິ່ງເປັນການຕິດເຊື້ອໃໝ່ຫລາຍກວ່າ 6.000 ຄົນ ຕິດຕໍ່ກັນເປັນມື້ທີ 4 ແລະ ເສຍຊີວິດເພີ່ມອີກ 34 ຄົນ ພາຍໃນ 28 ມື້.
ທັງນີ້ ອັງກິດເປັນປະເທດທີ່ມີຜູ້ເສຍຊີວິດຈາກໂຄວິດ-19 ສູງສຸດຢູ່ເອີຣົບ ມີ 41.936 ຄົນ ໂດຍມີຜູ້ເສຍຊີວິດປະມານ 900 ຄົນຕໍ່ມື້ ໃນໄລຍະທີ່ມີການລະບາດສູງສຸດເດືອນເມສາຜ່ານມາ, ແຕ່ປັດຈຸບັນນີ້ ອັດຕາການເສຍຊີວິດມີປະມານ 30 ຄົນ. ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ ຖະແຫລງໃນວັນທີ 25 ກັນຍາຜ່ານມາ ແລະ ສູງກວ່າ 6.000 ຄົນໃນອາທິດກ່ອນ.

