ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 25 ກັນຍາ 2020

- Rishi Sunak ລັດຖະມົນຕີກະຊວງການເງິນຂອງອັງກິດ ໄດ້ປະກາດມາດຕະການໃໝ່ ເພື່ອສະໜັບສະໜູນເສດຖະກິດໃນໄລຍະເກີດພະຍາດລະບາດ ໂດຍລັດຖະບານຈະຊ່ວຍເຫລືອຄ່າແຮງງານຂອງຄົນທີ່ຖືກບັງຄັບໃຫ້ເຮັດວຽກໃນເວລາທີ່ສັ້ນລົງ ເພື່ອຊ່ວຍໃຫ້ພວກເຂົາຍັງມີວຽກເຮັດ ແລະ ບໍ່ສ່ຽງຈະຖືກປົດອອກຈາກວຽກແບບຖາວອນ.
ມາດຕະການດັ່ງກ່າວຄືກັບຄຳວ່າ: Kurzardeit* ຂອງເຢຍລະມັນ ເຊິ່ງຈະເຂົ້າມາແທນໂຄງການ furlough scheme ເຊິ່ງມີການຈ່າຍເງິນ 80% ຂອງຄ່າແຮງງານໃຫ້ແຮງງານທີ່ຖືກພັກວຽກ.
- ພັກ Republican ໃນສະພາຄອງເກຣດທີ່ມີຊື່ສຽງຫລາຍຄົນ ລະບຸວ່າ: ພວກທ່ານມຸ່ງໝັ້ນຈະປ່ຽນຖ່າຍອຳນາດຢ່າງສັນຕິໃນເດືອນມັງກອນນີ້ ບໍ່ວ່າ Joe Biden ຄວນຈະຊະນະການເລືອກຕັ້ງ ຫລື ບໍ່ກໍຕາມ ເຊິ່ງເກີດຂຶ້ນຫລັງຈາກທ່ານ ໂດນັລ ທຣຳ ອອກມາກ່າວວ່າ: ທ່ານຈະບໍ່ຍອມສົ່ງມອບອຳນາດຢ່າງສັນຕິ ຖ້າທ່ານ Joe Biden ຊະນະການເລືອກຕັ້ງ.
ທ່ານ Mitch McConnell ຜູ້ນຳສຽງສ່ວນຫລາຍຂອງວຸດທິສະພາ ໄດ້ກ່າວວ່າ: “ຈະມີການປ່ຽນແປງຢ່າງມີລະບຽບ ເຊັ່ນດຽວກັບທີ່ມີມາໃນທຸກ 4 ປີ ນັບແຕ່ປີ 1792”. ຂະນະທີ່ພັກ Republican ຄົນອື່ນໆ ລວມທັງວຸດທິສະມາຊິກ Marco Rubio ແຫ່ງ Florida ກໍຖະແຫລງເຊັ່ນດຽວກັນ.
- Tesla ເຂົ້າຮ່ວມກັບຜູ້ຜະລິດລົດລາຍໃຫຍ່ລາຍອື່ນ ໃນການຟ້ອງຮ້ອງຄະນະບໍລິຫານຂອງທ່ານ Trump ໂດຍອ້າງວ່າພາສີບາງຢ່າງທີ່ເກັບຈາກການນຳເຂົ້າຂອງຈີນນັ້ນ “ປາສະຈາກເຫດຜົນ” ແລະ ເປັນການ “ເຮັດຕາມລຳພັງໃຈ”.
Ford, Mercedes-Benz ແລະ Volvo ກຳລັງຂັດແຍ່ງວ່າ ການເກັບພາສີສຳລັບອາໄຫລ່ ແລະ ຊິ້ນສ່ວນປະກອບອື່ນໆນັ້ນຜິດກົດໝາຍ. ຂະນະທີ່ເອກະສານຮ້ອງຮຽນຂອງພວກເຂົາໄດ້ຍື່ນຕໍ່ສານການຄ້າສາກົນໃນນິວຢອກ (Court of International Trade) ເຊິ່ງມີການລະບຸຊື່ຂອງ Robert Lighthizer ຕົວແທນການຄ້າຂອງອາເມລິກາໃນການເປັນ “ຈຳເລີຍ”.
- ຜູ້ປະທ້ວງຫລາຍກວ່າ 100 ຄົນຖືກຈັບໃນເມືອງ Louisville ລັດ Kentucky ສະຫະລັດອາເມລິກາ ຫລັງຈາກຄະນະສານກ່າວວ່າພວກເຂົາຈະບໍ່ຕັ້ງຂໍ້ຫາໃດໆຕໍ່ເຈົ້າໜ້າທີ່ຕຳຫລວດ ສຳລັບເຫດການການສັງຫານ Breonna Taylor ແມ່ຍິງຜິວດຳທີ່ຖືກຍິງເສຍຊີວິດຫລັງຈາກເຈົ້າໜ້າທີ່ຜິວສາວ 3 ຄົນບຸກເຂົ້າໄປໃນອາພາດເມັນຂອງນາງ ໂດຍມີໝາຍຄົ້ນແບບ “ບໍ່ຕ້ອງເຄາະປະຕູ” ໃນເດືອນມີນາຜ່ານມາ. ຂະນະທີ່ການປະທ້ວງລຸກລາມໄປເມືອງອື່ນໆຫລາຍແຫ່ງ ໂດຍຢູ່ Seattle ມີຜູ້ຖືກຈັບກຸມ 13 ຄົນ.
- ທະຫານ ສປປ ເກົາຫລີ ໄດ້ຍິງ ແລະ ຈູດ ເຈົ້າໜ້າທີ່ ສ.ເກົາຫລີ ເຊິ່ງກ່ອນໜ້ານີ້ມີລາຍງານວ່າຫາຍໄປຈາກເຮືອລາດຕະເວນໃກ້ຊາຍແດນ ແລະ ເມື່ອພົບສົບຂອງລາວໃນທະເລ ກໍໄດ້ພົບວ່າກອງທະຫານຈາກ ສປປ ເກົາຫລີ ໄດ້ສັງຫານ ໂດຍການເຖນ້ຳມັນໃສ່ສົບຂອງລາວ ຈາກນັ້ນຈູດໄຟເຜົາ ແລະ ໂຍນລົງທະເລ ຕາມກະຊວງປ້ອງກັນປະເທດຂອງ ສ.ເກົາຫລີ ລາຍງານ.
ໂດຍພວກເຂົາເຊື່ອວ່າການຈູດຄັ້ງນີ້ ອາດເປັນຄວາມພະຍາຍາມໃນການຂັບໄລ່ COVID-19.
- Sumitomo Mitsui Trust ເຊິ່ງເປັນທະນາຄານຂອງຍີ່ປຸ່ນ ໄດ້ອອກມາຍອມຮັບວ່າ ພວກເຂົາມີການນັບຄະແນນໂຫວດຜິດພາດໃນກອງປະຊຸມຜູ້ຖືຫຸ້ນຂອງບໍລິສັດທີ່ຢູ່ໃນລາຍຊື່ເກືອບ 1.000 ແຫ່ງ.
1 ໃນນັ້ນຄື Toshiba ເຊິ່ງເປັນບໍລິສັດເອເລັກໂຕຣນິກຍັກໃຫຍ່ ທີ່ໄດ້ອອກມາກ່າວວ່າມີການໂຫວດທາງໄປສະນີຫລາຍກວ່າ 1.000 ຄັ້ງໃນກອງປະຊຸມສາມັນຂອງບໍລິສັດໃນເດືອນກໍລະກົດຜ່ານມາ. ຂະນະທີ່ນັກລົງທຶນລາຍໃຫຍ່ທີ່ສຸດຂອງ Toshiba ຮຽກຮ້ອງໃຫ້ມີການສອບສວັນຂໍ້ມູນຄວາມຈິງເລື່ອງນີ້.
Sumitomo Mitsui Trust ເຊິ່ງໄດ້ຮັບຄວາມໄວ້ວາງໃຈໃຫ້ນັບຄະແນນສຽງທາງໄປສະນີຂອງຜູ້ຖືຫຸ້ນສຳລັບກອງປະຊຸມຂອງບໍລິສັດຕ່າງໆ ກ່າວໃນວັນທີ 24 ກັນຍາຜ່ານມາວ່າ: ພວກເຂົາພົບວ່າມີຄະແນນສຽງຂອງຜູ້ຖືຫຸ້ນທີ່ຍັງບໍ່ນັບຈຳນວນເຖິງ 3,4 ລ້ານສຽງຈາກບໍລິສັດລູກຄ້າ 975 ແຫ່ງ.
- ອິນເດຍມີທ່າອ່ຽງຈະເຫັນການເຕີບໃຫຍ່ທາງເສດຖະກິດຊ້າລົງໃນອີກບໍ່ເທົ່າໃດປີຕໍ່ໜ້າ ເຊິ່ງໝາຍຄວາມວ່າ ນັກລົງທຶນຫຸ້ນຄວນຄາດຫວັງຜົນຕອບແທນທີ່ຫລຸດລົງເຊັ່ນກັນ ຕາມທີ່ນັກວິເຄາະຂອງ Quantum Advisors ກ່າວ.
ເຖິງຢ່າງໃດກໍຕາມ, ຕະຫລາດຫຸ້ນມູນຄ່າ 2 ຕື້ໂດລາຂອງປະເທດເພີ່ມຂຶ້ນກວ່າ 40% ຈາກຈຸດຕໍ່າສຸດໃນເດືອນມີນາຜ່ານມາ. ຂະນະທີ່ Arvind Chari ຫົວໜ້າຝ່າຍ Fixed-Income ແລະ ການລົງທຶນທາງເລືອກຂອງ Quantum ປະຈໍາມຸມໄບກ່າວວ່າ: “ຫຸ້ນຂອງອິນເດຍໃນໄລຍະຍາວອາດຈະສາມາດໃຫ້ຜົນຕອບແທນໄດ້ສູງເຖິງ 12-15% ຕໍ່ປີຈາກທຸລະກິດການບໍລິຫານສິນຊັບໃນທ້ອງຖິ່ນ ຂຶ້ນຢູ່ກັບວ່າເສດຖະກິດຂອງພວກເຂົາຈະສາມາດຟື້ນຕົວໄດ້ວ່ອງໄວຊໍ່າໃດ.
- ການຄົ້ນຫາຜູ້ທ້າຊີງຕຳແໜ່ງໃນກະຊວງການເງິນຈາກພັກ Democrat ນັ້ນຖືກເບິ່ງຢ່າງກວ້າງຂວາງວ່າເນັ້ນໃສ່ Lael Brainard ເຊິ່ງເປັນສະມາຊິກຂອງ Federal Reserve (FED) ແລະ ນາງເປັນຕົວເລືອກທີ່ຈະເຮັດໃຫ້ Wall Street ແລະ ຄວາມກ້າວໜ້າທາງເສດຖະກິດຢູ່ໃນແນວດຽວກັນ.

