ຢຸນນານມອບເຄື່ອງຊ່ວຍເຫລືອປ້ອງກັນໂຄວິດ-19 ໃຫ້ວິທະຍາຄານຕຳຫລວດ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອລ້າ ລະຫວ່າງ ວິທະຍາຄານຕໍາຫລວດ ແຂວງຢຸນນານ ໃຫ້ແກ່ວິທະຍາຄານຕໍາຫລວດ ປະຊາຊົນລາວ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ຢູ່ແຂວງຢຸນນານ ເພື່ອສະໜັບສະໜູນວຽກງານປ້ອງກັນ ແລະ ຕ້ານພະຍາດໂຄວິດ-19. ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນໂຄວິດ 150 ຊຸດ, ແວ່ນຕາປ້ອງກັນໂຄວິດ 150 ອັນ, ຖົງມືການແພດ 100 ແກັດ ແລະ ເຄື່ອງແທກອຸນຫະພູມ 50 ອັນ ລວມມູນຄ່າ 54.400 ຢວນ.
ໃນພິທີທ່ານ ຄໍາພອນ ວົງສັນຕິ ກົງສຸນໃຫຍ່ ແຫ່ງ ສ ປປ ລາວ ປະຈໍານະຄອນຄຸນມິງ ໄດ້ຕາງໜ້າໃຫ້ຝ່າຍລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງວິທະຍາຄານຕໍາຫລວດ ກໍຄືປະຊາຊົນແຂວງຢຸນນານ ທີ່ໄດ້ໃຫ້ການຊ່ວຍເຫລືອດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານສາທາລະນະສຸກ ກໍຄືການຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ມີປະສິດທິຜົນ ແລະ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງວິທະຍາຄານຕຳຫລວດສອງຝ່າຍນັບມື້ໜັກແໜ້ນ.

