ລາວ-ສ.ເກົາຫລີ ປຶກສາຫາລືກ່ຽວກັບການນໍາໃຊ້ລະບົບເຕັກໂນໂລຊີເພື່ອຄຸ້ມຄອງແຮງງານ

ໃນວັນທີ 23 ກັນຍານີ້, ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ໂປສະໂກ (POSCO) ແລະ ບໍລິສັດ ແພັນຕາເກດ (PENTAGATE) ສ.ເກົາຫລີ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫລີ ປະຈໍາ ສປປ ລາວ (Kotra) ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການກ່ຽວກັບການນໍາໃຊ້ລະບົບເຕັກໂນໂລຊີຖານຂໍ້ມູນໃຫຍ່ (BIG DATA) ເພື່ອຄຸ້ມຄອງແຮງງານລາວ ທັງຢູ່ພາຍໃນປະເທດ, ຜູ້ໄປເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ລາວ ເພື່ອເຮັດໃຫ້ມີຖານຂໍ້ມູນທີ່ຊັດເຈນເຊື່ອຖືໄດ້, ມີຄວາມວ່ອງໄວ, ເຂົ້າເຖິງຂໍ້ມູນໄດ້ສະດວກ, ມີຄວາມໂປ່ງໃສໃນການເກັບລາຍຮັບ, ຊ່ວຍໃຫ້ການບໍລິຫານຈັດການຂໍ້ມູນຂອງໜ່ວຍງານກ່ຽວຂ້ອງມີຄວາມສະດວກ, ຊ່ວຍສົ່ງເສີມການຜະລິດ ແລະ ຈັດຫາຕະຫລາດ ທັງເປັນການຊ່ວຍໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນການຕິດຕາມກ່ຽວກັບແຮງງານອີກດ້ວຍ.
ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງບົດຮຽນຈາກຊ່ຽວຊານ ສ.ເກົາຫລີ ໃນການຄຸ້ມຄອງແຮງງານຜ່ານລະບົບ Video Conference ແລະ ການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາຕ່າງໆ ນັບທັງວິທີແກ້ໄຂ ແລະ ຄວາມຕ້ອງການພັດທະນາວຽກງານດັ່ງກ່າວໃນອະນາຄົດ.

