156 ປະເທດ ເຂົ້າຮ່ວມ Covax ໂຄງການແຈກຢາຍວັກຊີນໂຄວິດ-19 ຢ່າງເທົ່າທຽມຂອງ WHO ຍົກເວັ້ນຈີນ-ອາເມລິກາ

ອົງການອະນາໄມໂລກ (WHO) ເປີດເຜີຍໃນວັນທີ 21 ກັນຍາວ່າມີ 156 ປະເທດທີ່ລົງນາມສະໝັກເຂົ້າຮ່ວມໂຄງການ Covax ເຊິ່ງເປັນໂຄງການແຈກຢາຍວັກຊີນໂຄວິດ-19 ໃນອະນາຄົດຢ່າງເທົ່າທຽມທົ່ວໂລກ ພາຍໃຕ້ການນຳຂອງ WHO ແຕ່ 2 ມະຫາອຳນາດ ຄືຈີນ ແລະ ອາເມລິກາ ທີ່ບໍ່ສົນໃຈຮ່ວມໂຄງການ.
ໂດຍກ່ອນໜ້ານີ້ ລັດຖະບານອາເມລິກາ ປະກາດວ່າ: ໄດ້ຮັບປະກັນການສົ່ງມອບວັກຊີນໂຄວິດ-19 ໃນອະນາຄົດ ຜ່ານການເຮັດຂໍ້ຕົກລົງທະວີພາຄີຫລາຍສະບັບກັບຜູ້ພັດທະນາວັກຊີນ ເຮັດໃຫ້ເກີດກະແສວິພາກວິຈານວ່າເປັນພຶດຕິກຳທີ່ເຫັນແກ່ຕົວ ແລະ ອາດສົ່ງຜົນກະທົບຕໍ່ປະເທດທຸກຍາກ.
ຂະນະທີ່ຈີນ ເຊິ່ງເປັນຕົ້ນຕໍການລະບາດຂອງໂຄວິດ-19 ກໍບໍ່ມີຊື່ຢູ່ໃນ 64 ປະເທດຮັ່ງມີທີ່ເຂົ້າຮ່ວມໂຄງການ Covax ເຊິ່ງມີເປົ້າໝາຍສົ່ງມອບວັກຊີນ 2 ພັນລ້ານໂດສ ໃຫ້ບັນດາປະເທດທົ່ວໂລກພາຍໃນປີ 2021, ແຕ່ເຈົ້າໜ້າທີ່ໂຄງການ Covax ເຜີຍວ່າ: ການຫາລືກັບລັດຖະບານປັກກິ່ງຍັງເດີນໜ້າຕໍ່ໄປ.
ສຳລັບໂຄງການ Covax ນັ້ນນຳໂດຍ WHO ແລະ ອົງການພັນທະມິດເພື່ອວັກຊີນ ກາວີ (GAVI Vaccine Alliance) ເຊິ່ງຄາດວ່າຈະຄວບຄຸມການແຈກຢາຍວັກຊີນແກ່ປະຊາຊົນທົ່ວໂລກຫລາຍກວ່າ 2 ໃນ 3. ຂະນະທີ່ການລົງນາມພັນທະກໍລະນີ ເພື່ອເຂົ້າຮ່ວມໂຄງການນັ້ນ ຜ່ານພົ້ນເສັ້ນຕາຍໄປໃນວັນທີ 18 ກັນຍາຜ່ານມາ.
ປັດຈຸບັນ ມີຜູ້ພັດທະນາວັກຊີນໂຄວິດ-19 ຫລາຍກຸ່ມວິໄຈທີ່ຢູ່ລະຫວ່າງການທົດລອງວັກຊີນໃນຄົນ ເຊິ່ງທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ WHO ປະກາດວ່າ: ໂຄງການ Covax ຈະເຮັດໃຫ້ໂລກມີຕົວເລືອກວັກຊີນທີ່ຫລາກຫລາຍ ແລະ ຫລາຍທີ່ສຸດ, ແຕ່ຢືນຢັນວ່າ: ນີ້ບໍ່ແມ່ນໂຄງການເພື່ອການກຸສົນ.
ເຖິງຢ່າງໃດກໍຕາມ, ໂຄງການ Covax ຄາດຫວັງວ່າຈະມີປະເທດຮັ່ງມີອີກ 38 ປະເທດ ເຂົ້າຮ່ວມໂຄງການໃນມໍ່ໆນີ້ ແລະ ຕອນນີ້ໄດ້ຮັບຄຳໝັ້ນສະໜັບສະໜູນງົບປະມານເພື່ອການວິໄຈ ແລະ ພັດທະນາວັກຊີນມາແລ້ວ 1,4 ພັນລ້ານໂດລາສະຫະລັດ ແຕ່ຍັງຕ້ອງການອີກປະມານ 700-800 ລ້ານໂດລາສະຫະລັດ.

