ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 22 ກັນຍາ 2020

- ການຢ້ານຄື້ນ COVID-19 ຮອບ 2 ໄດ້ສົ່ງຕໍ່ໄປຫາຜູ້ຄົນທົ່ວໂລກ ໂດຍຫລ້າສຸດຫົວໜ້າທີ່ປຶກສາທາງວິທະຍາສາດຂອງລັດຖະບານອັງກິດ ໄດ້ເຕືອນວ່າປະເທດຈະໄດ້ເຫັນຜູ້ຕິດເຊື້ອແຕ່ລະມື້ຫລາຍທີ່ສຸດເຖິງ 50.000 ຄົນໃນກາງເດືອນຕຸລານີ້ ຖ້າບໍ່ມີມາດຕະການປ້ອງກັນເພີ່ມຕື່ມໃນການປ້ອງກັນໄວຣັສ.
ທາງອາເມລິກາລາຍງານຜູ້ຕິດເຊື້ອເກືອບ 40.000 ຄົນໃນວັນທີ 20 ກັນຍາຜ່ານມາ ແລະ ປັດຈຸບັນມີຜູ້ເສຍຊີວິດ 200.000 ກວ່າຄົນ, ສ່ວນຢູ່ສະເປນມີຜູ້ຕິດເຊື້ອ 850.000 ກວ່າຄົນ ສະເພາະຢູ່ເມືອງຫລວງ Madrid ເຊິ່ງຫລ້າສຸດໃນວັນທີ 21 ກັນຍາ ລັດຖະບານໄດ້ປັບໃຊ້ມາດຕະການ Lockdewn ຢ່າງເຂັ້ມງວດທີ່ສັ່ງໃຫ້ຜູ້ຄົນຢູ່ແຕ່ໃນເຮືອນ.
- ລາຄາຫຸ້ນທົ່ວໂລກປັບຫລຸດລົງທ່າມກາງຄວາມຄາດຫວັງທີ່ເພີ່ມສູງຂຶ້ນວ່າລັດຖະບານເອີຣົບຈະກຳນົດມາດຕະການ Lockdewn ອີກ ເພື່ອຄວບຄຸມການແຜ່ລະບາດຂອງ COVID-19 ທີ່ເພີ່ມຂຶ້ນ.
ຢູ່ອາເມລິກາ ຄວາມຄາດຫວັງສຳລັບມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ກ່ອນການເລືອກຕັ້ງໃນເດືອນພະຈິກຄືຈະຈາງຫາຍໄປເລື້ອຍໆ ເຮັດໃຫ້ດັດຊະນີ S&P 500 ຫລຸດລົງຫລາຍກວ່າ 2%. ຂະນະທີ່ລາຄານ້ຳມັນປັບຫລຸດລົງເຊັ່ນກັນ ທ່າມກາງການຢ້ານວ່າ Demand ທາງດ້ານພະລັງງານຈະຫລຸດລົງອີກ ແລະ ນັກລົງທຶນໃນຕະຫລາດກໍຕ້ອງການຄວາມປອດໄພຫລາຍຂຶ້ນ.
ຄ່າເງິນໂດລາປັບເພີ່ມຂຶ້ນ ແລະ ຜົນຕອບແທນຂອງພັນທະບັດລັດຖະບານອາເມລິກາ ອາຍຸ 10 ປີຫລຸດລົງ.
- ລາຄາຫຸ້ນຂອງ HSBC ແລະ Standard Chartered ຫລຸດລົງຕໍ່າສຸດນັບແຕ່ທົດສະວັດທີ 1990 ທ່າມກາງຂໍ້ກ່າວຫາເລື່ອງການຟອກເງິນຂອງທະນາຄານ. ຂະນະທີ່ຫຸ້ນຂອງ Barclays ແລະ Deutsche Bank ກໍຫລຸດລົງ ຫລັງຈາກມີລາຍງານກິດຈະກຳທາງການເງິນທີ່ໜ້າສົງໄສຮົ່ວໄຫລອອກສູ່ສາທາລະນະ ເຊິ່ງສົ່ງໄປຫາກະຊວງການເງິນຂອງອາເມລິກາ.
ແຕ່ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ຈຳເປັນຕ້ອງພິສູດການກະທຳຜິດ ແລະ ທະນາຄານພ້ອມກັບສະຖາບັນການເງິນອື່ນໆ ຈະຍັງອະນຸຍາດໃຫ້ພວກເຂົາໂອນເງິນທີ່ຖືກກ່າວຫາວ່າ ເປື້ອນ ໄດ້ທົ່ວໂລກເປັນໄລຍະເວລາຫລາຍປີແລ້ວ.
- Trevor Milton ກຳລັງຈະລາອອກຈາກຕຳແໜ່ງປະທານບໍລິຫານຂອງ Nikola ເຊິ່ງເປັນບໍລິສັດ Start up ທາງດ້ານລົດບັນທຸກໄຟຟ້າທີ່ລາວສ້າງຕັ້ງຂຶ້ນໃນປີ 2014 ໂດຍໃນວັນທີ 10 ກັນຍາ 2020 ບໍລິສັດ Hindenburg Research ເຊິ່ງດຳເນີນທຸລະກິດທາງດ້ານການລົງທຶນໄດ້ອອກລາຍງານ ໂດຍກ່າວຫາວ່າ Nikola ມີການສໍ້ໂກງທີ່ສັບຊ້ອນເກີດຂຶ້ນ ແລະ ອ້າງວ່າຜູ້ສ້າງຕັ້ງໄດ້ໃຊ້ຂໍ້ຄວາມໃນຖະແຫລງການຂອງບໍລິສັດທີ່ເຮັດໃຫ້ຄົນເຂົ້າໃຈຜິດ.
ທາງ Miltion ຫລ້າສຸດໄດ້ກ່າວວ່າ ລາວຈະປົກປ້ອງຕົນເອງຈາກຂໍ້ກ່າວຫາປອມເຫລົ່ານີ້. ຂະນະທີ່ Stephen Girsky ເຊິ່ງເຄີຍເປັນ CEO ຂອງ General Motors ຈະມາແທນລາວ.
- ສະຫະຣາຊະອານາຈັກ ຈະຢຸດລະບົບສຳປະທານລົດໄຟໃນຂໍ້ຕົກລົງເພື່ອຊ່ວຍຝຶກອົບຮົມຜູ້ປະກອບການໃນໄລຍະທີ່ມີການລະບາດ ໂດຍຄາດວ່າລັດຖະບານຈະປະສົບບັນຫາລາຍໄດ້ຂາດດຸນໄປຮອດປີ 2022 ແລະ ກ້າວໄປສູ່ຮູບແບບທຸລະກິດທີ່ຜູ້ປະກອບການຈະໄດ້ຮັບຄ່າທຳນຽມແບບຄົງທີ່ ແທນທີ່ຈະຂຶ້ນຢູ່ກັບຈຳນວນຜູ້ໂດຍສານ.
ຂໍ້ຕົກລົງໃນປັດຈຸບັນນັ້ນຖືກປະທ້ວງຫລາຍເທື່ອ ຈາກການບໍລິການທີ່ບໍ່ດີ ແລະ ການປະທ້ວງກໍເກີດຂຶ້ນກ່ອນຈະມີການລະບາດຂອງ COVID-19 ເກີດຂຶ້ນ.
- Microsoft ຈະເຂົ້າຊື້ກິດຈະການຂອງ ZeniMax Media ເຊິ່ງເປັນບໍລິສັດແມ່ຂອງ Bethesda Softworks ເຊິ່ງຜູ້ພັດທະນາວິດີໂອເກມຊື່ດັງ Doom ແລະ Fallout ໃນລາຄາ 7,5 ພັນລ້ານໂດລາ.
ການຊື້ກິດຈະການຂອງ ZeniMax Media ຈະເຮັດໃຫ້ Microsoft ໄດ້ປຽບໃນການຕໍ່ສູ້ກັບຄູ່ແຂ່ງອື່ນໆໃນຕະຫລາດເກມຄອນໂຊລ ໂດຍ Xbox 2 ລຸ້ນຫລ້າສຸດຂອງພວກເຂົາຈະວາງຈຳໜ່າຍໃນເດືອນພະຈິກພຽງ 2 ວັນກ່ອນການວາງຂາຍ PlayStation 5 ຂອງ Sony.
- ເຈົ້າໜ້າທີ່ສັດປ່າໃນປະເທດ Botswanan ກ່າວວ່າພວກເຂົາໄດ້ບັນທຶກສະຖິຕິການເສຍຊີວິດຂອງຊ້າງເຖິງ 330 ໂຕຢູ່ບໍລິເວນສາມຫລ່ຽມປາກແມ່ນ້ຳ Okavango ນັບແຕ່ເດືອນພຶດສະພາເຖິງມິຖຸນາຜ່ານມາ.
ສາເຫດຂອງການເສຍຊີວິດຄືຊ້າງໄດ້ກິນສານພິດທີ່ເກີດຈາກໄຊຍາໂນແບັກທີເຣຍ (cyanobacteria) ຫລື ສາຫລ່າຍສີຂຽວ ເຊິ່ງສາມາດຈະເລີນເຕີບໃຫຍ່ໄດ້ໃນນ້ຳນິ້ງ ໂດຍໃນຕອນທຳອິດເຈົ້າໜ້າທີ່ບໍ່ໄດ້ສົງໄສເລີຍວ່າສາເຫດມາຈາກໄຊຍາໂນແບັດທີເຣຍ ເພາະປົກກະຕິແລ້ວ ສາຫລ່າຍດັ່ງກ່າວຈະສ້າງຕົນຂຶ້ນຢູ່ຂອບໜອງ. ຂະນະທີ່ຊ້າງມັກຈະດື່ມນ້ຳຈາກບໍລິເວນທາງກາງ.
- ການຊື້ກິດຈະການ TikTok ຂອງ Oracle ຍັງບໍ່ຄ່ອຍແນ່ນອນ ໂດຍປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ ທ່ານຈະບໍ່ອະນຸມັດຂໍ້ຕົກລົງນີ້ຖ້າ ByteDance ຍັງຄວບຄຸມກິດຈະການໃໝ່ທີ່ເອີ້ນວ່າ TikTok Global ຢູ່.
ບໍ່ດົນຫລັງຈາກທ່ານສະແດງຄວາມຄິດເຫັນ ລັດຖະບານຈີນໄດ້ສົ່ງສັນຍານຂອງຄວາມບໍ່ພໍໃຈຜ່ານສື່ຂອງລັດ ໂດຍ Hu Xijin ຫົວໜ້າບັນນາທິການຂອງ Global Times ໄດ້ໂພສຂໍ້ຄວາມວ່າ ປັກກິ່ງມີທ່າອ່ຽງຈະປະຕິເສດຂໍ້ຕົກລົງນີ້ເຊັ່ນກັນ ເນື່ອງຈາກຂໍ້ຕົກລົງດັ່ງກ່າວຈະເປັນອັນຕະລາຍຕໍ່ຄວາມໝັ້ນຄົງ, ຜົນປະໂຫຍດ ແລະ ສັກສີແຫ່ງຊາດຈີນ.
ຄວາມບໍ່ແນ່ນອນຂອງຂໍ້ຕົກລົງດັ່ງກ່າວຄື ByteDance ຢືນຢັນວ່າພວກເຂົາຈະມີສ່ວນແບ່ງສູງເຖິງ 80% ຂອງ TikTok Global. ຂະນະທີ່ຜູ້ສະເໜີຄົນອື່ນໆ ກ່າວວ່າ ນັກລົງທຶນຊາວອາເມລິກາຈະມີອັດຕາການຖືຫຸ້ນຫລາຍກວ່າ 50% ໃນບໍລິສັດໃໝ່ນີ້.
- ໂຄງການລິເລີ່ມສັກວັກຊີນ COVID-19 ມູນຄ່າ 1,8 ໝື່ນລ້ານໂດລາ ກຳລັງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ ໂດຍມີ 156 ປະເທດ ແລະ ພາກພື້ນທີ່ເຂົ້າຮ່ວມໂຄງການນີ້ ເຖິງວ່າຈີນ ແລະ ອາເມລິກາ ຍັງບໍ່ເຂົ້າຮ່ວມໂຄງການດັ່ງກ່າວ.
ລັດຖະບານຂອງ 38 ປະເທດຄາດວ່າຈະລົງນາມໃນ Covid-19 Vaccines Global Access Facility ຫລື Covax ໃນມໍ່ໆນີ້ ໂດຍເປົ້າໝາຍຂອງໂຄງການຄືການຜະລິດວັກຊີນໃຫ້ໄດ້ 2 ພັນລ້ານໂດສ ພາຍໃນປີ 2021. ຂະນະທີ່ຫລາຍປະເທດຊັ້ນນຳໄດ້ມີການສັ່ງຈອງວັກຊີນໃນອະນາຄົດໄປແລ້ວ.
ດັ່ງນັ້ນ ເປົ້າໝາຍຂອງໂຄງການ Covax ຈະມີໄວ້ສຳລັບປະເທດທີ່ທຸກຍາກກວ່າ ເຊິ່ງບໍ່ສາມາດຊື້ວັກຊີນໄດ້ພຽງພໍ. ຂະນະທີ່ປັກກິ່ງໃຫ້ຄວາມສຳຄັນຕໍ່ການຍົກເລີກຂໍ້ຕົກລົງແບບຕົວຕໍ່ຕົວສຳລັບການສັ່ງຈອງວັກຊີນ, ສ່ວນອີກຫລາຍປະເທດ ລວມທັງອາເມລິກາກຳລັງເຮັດຂໍ້ຕົກລົງຂອງຕົນເອງ ເພື່ອຈອງຮັບວັກຊີນລ່ວງໜ້າ.
- ຫຸ້ນອາຊີມີທ່າອ່ຽງຈະອ່ອນຄ່າໃນວັນທີ 21 ກັນຍານີ້ ຫລັງຈາກຕະຫລາດຫຸ້ນອາເມລິກາ ຖືກເທຂາຍຈາກຄວາມກັງວົນກ່ຽວກັບໂອກາດໃນການກະຕຸ້ນເສດຖະກິດ ແລະ ການເພີ່ມຂຶ້ນຂອງຜູ້ຕິດເຊື້ອ COVID-19 ໃໝ່.
ລາຄາພັນທະບັດເພີ່ມຂຶ້ນ ແລະ ລາຄາສິນຊັບໃນຕະຫລາດ Futures ຫລຸດລົງໃນປະເທດອົດສະຕຣາລີ ແລະ ຮົງກົງ ຫລັງຈາກສະຖານະການປັດຈຸບັນກຳລັງເຂົ້າໃກ້ເກນທີ່ນັກລົງທຶນຈຳນວນຫລາຍພິຈາລະນາວ່າເປັນການປັບຖານຂອງຕະຫລາດ.
ທາງ S&P 500 ກໍຫລຸດຈາກລະດັບຕໍ່າສຸດຂອງ Session ຂະນະທີ່ Nasdaq 100 ເພີ່ມຂຶ້ນ ແລະ ຄ່າເງິນໂດລາແຂງຄ່າຂຶ້ນຫລາຍທີ່ສຸດໃນຮອບ 3 ເດືອນເມື່ອທຽບໃສ່ປະເທດອື່ນໆ.
ຍີ່ປຸ່ນປິດເຮັດວຽກໃນຊ່ວງມື້ພັກ ແລະ ຄັງເງິນສົດຂອງພວກເຂົາຈະບໍ່ມີການຊື້ຂາຍຈົນກວ່າຕະຫລາດໃນລອນດອນຂອງອັງກິດຈະເປີດເຮັດວຽກ, ສ່ວນລາຄານ້ຳມັນຫລຸດລົງຫລາຍທີ່ສຸດໃນຮອບເກືອບ 2 ອາທິດ ແລະ ຄຳຫລຸດລົງຢູ່ລະດັບ 1.900 $/Oz.
- Jerome Powell ປະທານຂອງ FED ໄດ້ກ່າວວ່າ ເສດຖະກິດອາເມລິກາກຳລັງດີຂຶ້ນ ແຕ່ຍັງມີຫົນທາງອີກຍາວໄກກ່ອນຈະເກີດການຟື້ນຕົວຢ່າງເຕັມສ່ວນ “ຕົວຊີ້ວັດທາງເສດຖະກິດຫລາຍຕົວສະແດງໃຫ້ເຫັນເຖິງການປັບປຸງທີ່ດີຂຶ້ນຢ່າງຈະແຈງ” Powell ກ່າວໃນວັນທີ 21 ກັນຍາ ໃນຖະແຫລງການທີ່ທ່ານມີກຳນົດຈະສົ່ງມອບຕໍ່ໜ້າຄະນະກຳມາທິການທາງດ້ານການເງິນຂອງລັດຖະສະພາ.
ນອກຈາກນີ້ Powell ຍັງກ່າວອີກວ່າ FED ຈຳເປັນຕ້ອງໃຊ້ນະໂຍບາຍທາງການຄັງ ແລະ ການເງິນ ເພື່ອປ້ອງກັນບໍ່ໃຫ້ຜົນກະທົບຈາກການລະບາດໃຫຍ່ສ້າງຄວາມເສຍຫາຍໃນໄລຍະຍາວ.
- ເມື່ອມໍ່ໆນີ້ ຈີນມີທ່າອ່ຽງຈະປະກາດວ່າຄຳສັນຍາຂອງປະທານປະເທດ ສີຈິ້ນຜິງ ທີ່ຈະກຳຈັດຄວາມທຸກຍາກໃນຊົນນະບົດຢ່າງເຕັມຄວາມສາມາດພາຍໃນປີ 2020 ໄດ້ບັນລຸເປົ້າໝາຍແລ້ວ.
ຜົນສຳເລັດຄັ້ງນີ້ ຈະຊ່ວຍໃຫ້ທ່ານ ສີຈິ້ນຜິງ ສາມາດສະແດງໃຫ້ສາທາລະນະເຫັນໄດ້ວ່າພັກກອມມູນິດກຳລັງໃຫ້ຜົນປະໂຫຍດທາງເສດຖະກິດແບບເປັນຮູບປະທຳ ເຊິ່ງມີຄວາມສຳຄັນຫລາຍຕໍ່ການຮັກສາຄວາມຍຸຕິທຳຂອງການປົກຄອງແບບຜະເດັດການ.
ນອກຈາກນີ້ ຍັງຖືເປັນບາດກ້າວສຳຄັນກ່ອນຄົບຮອບ 100 ປີການສ້າງຕັ້ງພັກກອມມູນິດຈີນໃນປີໜ້າ ໂດຍຂໍ້ມູນຢ່າງເປັນທາງການສະແດງໃຫ້ເຫັນວ່າ ທ່ານ ສີຈິ້ນຜິງ ກຳລັງໃກ້ບັນລຸພາລະກິດຢ່າງສົມບູນຄົບຖ້ວນ.
ຈຳນວນຜູ້ອາໄສຢູ່ຊົນນະບົດໃນລະດັບ “ທຸກຍາກຫລາຍ” ຫລຸດລົງຫລາຍກວ່າ 90% ເຫລືອພຽງ 5,5 ລ້ານຄົນໃນປີ 2019 ຈາກເກືອບ 56 ລ້ານຄົນໃນປີ 2015 ແຕ່ເຖິງຢ່າງໃດກໍຕາມ ປະເທດຍັງຕ້ອງຜະເຊີນບັນຫາໃນທັນທີ ຫລັງຈາກການລະບາດໃຫຍ່ເຮັດໃຫ້ແຮງງານອົບພະຍົບຫລາຍລ້ານຄົນບໍ່ມີວຽກເຮັດ.
ແລະ ປັດຈຸບັນ ເສດຖະກິດກຳລັງຟື້ນຕົວນີ້ ແຕ່ລະດັບການບໍລິໂພກຍັງຕໍ່າກວ່າທີ່ເຄີຍເປັນໃນປີ 2019 ແລະ ການຟື້ນຕົວຍັງມີທ່າອ່ຽງຈະບໍ່ສາມາດຊົດເຊີຍລາຍໄດ້ທີ່ຫາຍໄປສຳລັບຫລາຍໆຄົນໃນພື້ນທີ່ທຸກຍາກຂອງຊົນນະບົດ.

