WMO ຈະໝົດຊື່ເອີ້ນໃຫ້ພາຍຸໃນປີ 2020 ແລ້ວ

ພາຍຸທີ່ເກີດຂຶ້ນຢູ່ໃນ ມະຫາສະໝຸດ ອາກລັງຕິກ ມີຊື່ເອີ້ນຕາມການລຽງຕົວອັກສອນອັງກິດ, ແຕ່ຊື່ເອີ້ນໃຫ້ພາຍຸໃນປີນີ້ໃກ້ຈະໝົດແລ້ວ.
ອົງການອຸຕຸນິຍົມ ຫຼື ອົງການພະຍາກອນອາກາດໂລກ (WMO) ທີ່ຂຶ້ນກັບອົງການສະຫະປະຊາຊາດ, ເມື່ອວັນທີ 15 ກັນຍາ ໃຫ້ຮູ້ວ່າ: ຈຳນວນຫົວພາຍຸທີ່ເກີດຂຶ້ນຢູ່ໃນມະຫາສະໝຸດອາກລັງຕິກໃນປີນີ້ເກີດຂືຶ້ນຫຼາຍຜິດປົກກະຕິ, ອັນໄດ້ເຮັດໃຫ້ໂລກພວກເຮົາບໍ່ມີຊື່ເອີ້ນໃຫ້ພາຍຸທີ່ຈະເກີດຂຶ້ນອີກແລ້ວ.
ພາຍຸທີ່ເກີດຂຶ້ນ ມັກຈະມີຊື່ເອີ້ນຕາມການລຽງຕົວອັກສອນອັງກິດ, ແຕ່ວ່າ ໃນປີນີ້ ຊື່ເອີ້ນໃຫ້ພາຍຸໃກ້ຈະໝົດແລ້ວ.
Clare Nullis ໂຄສົກຂອງອົງການພະຍາກອາອາກາດໂລກ ກ່າວວ່າ: “ພາຍຸມະຫາສະໝຸດອາກລັງຕິກໃນປີ 2020 ນີ້ ກຳລັງເກີດຂຶ້ນຫຼາຍ ຈົນເຖິງຂັ້ນວ່າຊື່ເອີ້ນໃຫ້ມັນກໍໃກ້ຈະໝົດແລ້ວ. ຖ້າຫາກວ່າໝົດຊື່ເອີ້ນແທ້ໆ, ຈະຖືກສ້າງຊື່ຂຶ້ນມາໃໝ່ຕາມການລຽງຕົວອັກສອນຂອງ ເກຣັກແລະ ຈະເປັນເທື່ອທີສອງໃນປະຫວັດສາດ”
ພາຍຸມັກຈະເກີດຂຶ້ນແຕ່ຕົ້ນເດືອນມີຖຸນາຫາເດືອນ ພະຈິກໃນແຕ່ລະປີ ແລະ ພາຍຸແຕ່ລະຫົວຈະຖືກຕັ້ງຊື່ຜູ້ຍິງ, ຜູ້ຊາຍ ສະຫຼັບກັນໄປ. ໃນປີນີ້ ພາຍຸ 2 ຫົວທຳອິດມີຊື່ເອີ້ນວ່າ: Arthur ແລະ Bertha.
ການທີ່ຕັ້ງຊື່ໃຫ້ພາຍຸນັ້ນຈະຊ່ວຍໃຫ້ທຸກຄົນຮັບຮູ້ ແລະ ຈຳມັນໄດ້ງ່າຍຂຶ້ນ ໃນເມື່ອມີຂ່າວຄາວກ່ຽວກັບພາຍຸເກີດຂຶ້ນ.
ຊື່ຂອງພາຍຸຈະຖືກອົງການ WMO ຕິດຕາມຢ່າງໃກ້ສິດ ແລະ ຈະຖືກຕັ້ງຊື່ຄືນໃໝ່ໃນ 6 ປີໃດເທື່ອໜຶ່ງ. ຖ້າຫາກແມ່ນເປັນພາຍຸຫົວໃດຫາກມີຄວາມເປັນອັນຕະລາຍຮ້າຍແຮງພິເສດ, ຊື່ຂອງພວກມັນຈະຖືກ ງົດໄວ້ ແລະ ຈະຖືກຕັ້ງຊື່ອື່ນແທນ.
21 ຊື່ໃນຈຳນວນ 26 ຊື່ທີ່ຖືກລຽງຕາມລຳດັບໃນອັກສອນພາສາອັງກິດນັ້ນ ຈະມີຄວາມຫຍຸ້ງຍາກໃນການຊອກຫາຊື່ຂອງພວກມັນເຊິ່ງເລີ່ມຕົ້ນຈາກ ຕົວພະຍັນຊະນະ Q, U, X, Y ແລະ Z ໃນພາສາອັງກິດ, ສະເປນ, ຝຣັ່ງ, ເນເທີແລນ. ນີ້ຄືຄຳສັບທີ່ມັກໃຊ້ຫຼາຍໃຫ້ພາຍຸທີ່ເກີດຂຶ້ນຢູ່ໃນມະຫາສະໝຸດອາກລັງຕິກ ແລະ ເຂດ Caribbean.
ສຳລັບປີນີ້ຍັງເຫຼືອພຽງຊື່ Wilfred ຊື່ດຽວທີ່ບໍ່ທັນໄດ້ນຳໃຊ້. ດັ່ງນັ້ນ ຈຶ່ງມີຄວາມເປັນໄປໄດ້ທີ່ຈະໄດ້ນຳໃຊ້ອັກສອນໃນພາສາ ເກຣັກ ຕັ້ງຊື່ໃຫ້ພາຍຸທີ່ຈະເກີດຂຶ້ນໃນຕໍ່ໜ້າໃນປີນີ້.
ຕົວອັກສອນໃນພາສາ ເຄລັກ ຫາກໍໄດ້ນຳໃຊ້ພຽງຄັ້ງດຽວກ່ອນໜ້ານີ້ໃນປີ 2005.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews, 17/9/20)

