ນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ແລະ ຄະນະລັດຖະບານລາອອກ

ແຫຼ່ງຂ່າວຈາກ vietnamnet, ວັນທີ 16 ກັນຍານີ້ ລາຍງານວ່າ: ອະດິດນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ພ້ອມດ້ວຍຄະນະລັດຖະບານທັງໝົດໄດ້ລາອອກ ເພື່ອໃຫ້ນາຍົກຄົນໃໝ່ ທ່ານ Suga Yoshihide ຈັດຕັ້ງຄະນະລັດຖະບານ ພາຍຫຼັງສະພາຍີ່ປຸ່ນຮັບຮອງເອົາທ່ານເປັນນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່.
ສຳນັກຂ່າວ AP ອ້າງຄຳເວົ້າຂອງ ອາເບະວ່າ: “ຂ້ອຍໄດ້ອຸທິດທັງຊີວິດ ແລະ ຈິດໃຈໃຫ້ແກ່ການຟື້ນຕົວທາງເສດຖະກິດ ກໍຄືດ້ານການທູດ ເພື່ອປົກປ້ອງສິດຜົນປະໂຫຍດຂອງຊາດຍີ່ປຸ່ນ ນັບແຕ່ມື້ໄດ້ກັບເຂົ້າມາຮັບຕຳແໜ່ງ. ໃນໄລຍະດຳລົງຕຳແໜ່ງນັ້ນ, ຂ້າພະເຈົ້າເອງໄດ້ພ້ອມກັບປະຊາຊົນຜ່ານຜ່າອຸປະສັກຫຍຸ້ງຍາກຫຼາຍປະການ, ຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ກັບຜົນງານຂອງຕົນເອງ”.
ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ, ທ່ານ Suga Yoshihide , ວັນທີ 14 ກັນຍາ ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານພັກ ເສລີປະຊາທິປັດ (LDP) ແລະ ຈະຖືກເລືອກຈາກສະພາໃຫ້ເປັນນາຍົກລັດຖະມົນຕີພ້ອມດຽວກັນໃນມື້ນີ້, ໂດຍພັກ LDP ຄອງສຽງສ່ວນຫຼາຍໃນສະພາ.
AP ຢືນຢັນວ່າ: ນາຍົກຍີ່ປຸ່ນຄົນປັດຈຸບັນ ຈະປະເຊີນໜ້າກັບຫຼາຍສິ່ງທ້າທາຍທົດສອບ, ຊຶ່ງໃນນັ້ນລວມທັງ ການພົວພັນກັບຈີນ, ງານມະຫາກຳ ໂອລີມປິກ ໂຕກຽວ ແລະ ສ້າງສາຍສຳພັນກັບປະທານາທິບໍດີຄົນໃໝ່ຂອງສະຫະລັດຈະແມ່ນໃຜໄດ້ຮັບໄຊຊະນະກໍຕາມ.
ຂ່າວ: ລູກເມືອງພວນ.

