85 ເຂດທີ່ຂຶ້ນກັບສະຫະພັນລັດເຊຍໄດ້ຮັບວັກຊີນປ້ອງກັນໂຄວິດ-19 ແລ້ວ

ແຫຼ່ງຂ່າວຈາກ tienphong, ວັນທີ 13 ກັນຍາ ໃຫ້ຮູ້ວ່າ: ລັດເຊຍໄດ້ແຈກຢາຍວັກຊີນໂຄວິດ-19 ໄປໃຫ້ທັງ 85 ເຂດໃນທົ່ວປະເທດລັດເຊຍແລ້ວ ໃນວັນທີ 12 ກັນຍານີ້.

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກລັດເຊຍ Mikhail Murashko ໃຫ້ຮູ້ວ່າ: ນອກຈາກການກວດສອບທາງດ້ານປະສິດທິຜົນ ແລະ ຄວາມປອດໄພຂອງຕົວຢາແລ້ວ, ຍັງໄດ້ພີຈະລະນາຢ່າງທີ່ຖ້ວນໃນການຈະຕອບສະໜອງໃຫ້ພຽງພໍ ແລະ ວ່ອງໄວຂຶ້ນ ເພື່ອໃຫ້ຢາໄປທົ່ວເຖິງທັງ 85 ເຂດໃນທົ່ວປະເທດລັດເຊຍ ແລະ ໂດຍສະເພາະແມ່ນໃຫ້ໄປເຖິງຜູ້ທີ່ຕິດເຊື້ອຢູ່ໃນຄວາມອັນຕະລາຍສູງໃນຂະນະນີ້.

ກອງທຶນລົງທຶນໂດຍກົງຂອງລັດເຊຍຄາດປະມານວ່າ ຈະມີ 1 ຕື້ຄົນໃນທົ່ວໂລກ ຈະໄດ້ຮັບການສັກວັກຊີນປ້ອງກັນ ໂຄວິດ-19 Sputnik-V ໃນໄລຍະແຕ່ປີ 2020 ຫາປີ 2021 .

ຂ່າວ: ລູກເມືອງພວນ.